• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ​ຮ່ວມ​ມື​ຍຸດ​ທະ​ສາດ, ສ້າງ​ການ​ພັດ​ທະ​ນາທີ່​ຈະ​ເລີນ​ຮຸ່ງ​ເຮືອງ

ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ແຕ່ລະຄົນ, ກິດຈະກຳລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ ຫາກຍັງປະກອບສ່ວນຕັ້ງໜ້າໃຫ້ແກ່ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວອີກດ້ວຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອນກັນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)  

ຕອນບ່າຍວັນທີ 3 ທັນວາ,  ຢູ່ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ພ້ອນກັນເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ການຮ່ວມມືຍຸດທະສາດ - ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ຂ້າພະເຈົ້າສະເໜີວິສາຫະກິດປະກອບສ່ວນເຮັດໃໝ່, ເພີ່ມທະວີຄວາມສະໜິດຕິດພັນຍຸດທະສາດ ລະຫວ່າງບັນດາວິສາຫະກິດ. ລັດຕ້ອງສ້າງລະບອບລະບຽບການ, ກົນໄກທີ່ສະດວກ, ໃນນັ້ນມີສາມບຸກທະລຸຍຸດທະສາດ ທີ່ສອງປະເທດພວມຜັນຂະຫຍາຍປະຕິບັດ. ສ້າງຂອດບຸກທະລຸກ່ຽວກັບລະບອບລະບຽບການ, ກົນໄກຕ້ອງສະດວກ, ພື້ນຖານໂຄງລ່າງຕ້ອງລຸ້ລ່ວງ, ການບໍລິຫານຕ້ອງສະຫຼາດ, ວິສາຫະກິດຕ້ອງນຳໜ້າ, ລັດ ແລະ ເອກະຊົນຕ້ອງຮ່ວມເດີນທາງ.

ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ແຕ່ລະຄົນ, ກິດຈະກຳລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ ຫາກຍັງປະກອບສ່ວນຕັ້ງໜ້າໃຫ້ແກ່ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top