ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສປປ.ລາວ ຄົບຮອບ 50 ປີ, ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງປະຈຳປີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ແຕ່ວັນທີ 1 – 2 ທັນວາ. ເນື່ອງໃນໂອກາດນີ້, ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນແບບຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)
ຫວຽດນາມ ແລະ ລາວ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດໃນເລື່ອງຍາວໃດກໍຮຽງບ່າຮຽງໄຫຼ່, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ.
ສອງຝ່າຍເດັດດ່ຽວບໍ່ໃຫ້ກຳລັງເປັນປໍລະປັກສວຍໃຊ້ຜືນແຜນດິນຂອງປະເທດນີ້ເພື່ອຕ້ານຄືນປະເທດອື່ນ ຫຼື ຍຸແຍແກ່ດຶງ, ແບ່ງແຍກສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ສອງຝ່າຍສືບຕໍ່ເພີ່ມທະວີຄວາມຜູກພັນໃນບັນດາໂຄງການ, ລາຍການຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ.
ສອງຝ່າຍກໍຢັ້ງຢືນຄວາມຕັດສິນໃຈສ້າງທຸກເງື່ອນໄຂສະດວກ, ລະດົມແຫຼ່ງກຳລັງລົງທຶນເພື່ອຫັນບັນດາໂຄງການຮ່ວມມືຈຸດສຸມໃຫ້ປະກົດຜົນເປັນຈິງ, ລວມມີ: ເສັ້ນທາງລົດໄຟ ວຽງຈັນ - ຫວູງອາງ, ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ບັນດາໂຄງການສາຍສົ່ງໄຟຟ້າຈາກເຂດພາກເໜືອລາວ ມາຮອດ ຫວຽດນາມ, ຮ່ວມມືກັນຊື້-ຂາຍຖ່ານຫີນ, ໄຟຟ້າ, ຂຸດຄົ້ນແຮ່ທາດ.. ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງການເປີດກວ້າງບັນດາກອບການຮ່ວມມືເສດຖະກິດໃໝ່, ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງພື້ນຖານເສດຖະກິດໃນບັນດາຂົງເຂດນະວັດຕະກຳ, ຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ, ການປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດີຈີຕອນ, ການທອ່ງທ່ຽວ ແລະ ບັນດາຂົງເຂດອື່ນ; ຜັນຂະຫຍາຍປະສິດທິຜົນບັນດາເອກະສານຮ່ວມມືໃນຂົງເຂດພະລັງງານ, ຊຸກຍູ້ຜັນຂະຫຍາຍຮູບແບບເຂດອຸດສາຫະກຳ ຫວຽດນາມ -ລາວ, ເສດຖະກິດຊາຍແດນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ພ້ອມດຽວກັນນັ້ນ, ສ້າງສະພາບແວດລ້ອມລົງທຶນ - ດຳເນີນທຸລະກິດ, ສະຖຽນລະພາບ ແລະ ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຂອງສອງປະເທດພັດທະນາແບບຍືນຍົງ. ສອງຝ່າຍເຫັນດີມານະພະຍາຍາມຊຸກຍູ້ການເຕີບໂຕຍົກມູນຄ່າການຄ້າສອງຝ່າຍ, ສູ້ຊົນປະຕິບັດເປົ້າໝາຍ 5 ຕື້ USD ໃນໄລຍະຈະມາເຖິງ.
ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນ, ປຶກສາຫາລືຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງມີປະສິດທິຜົນບົນບັນດາເວທີສາກົນ ແລະ ພາກພື້ນ; ຢັ້ງຢືນຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບບັນຫາກ່ຽວກັບທະເລຕາເວັນອອກ.