ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່ແລ້ວ, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ.
ກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)
ຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີ, ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນແບບຍຸດທະສາດ ຫວຽດນາມ - ລາວ ຜ່ານບັນດາກົນໄກຮ່ວມມືແທດຈິງ ແລະ ມີປະສິດທິຜົນທີ່ພວມມີຢູ່, ສ້າງບັນດາກົນໄກໃໝ່ທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງເປັນເອກະພາບຜັນຂະຫຍາຍ.
ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນສືບຕໍ່ນຳສາຍພົວພັນລະຫວ່າງສອງພັກ, ສອງລັດໃນການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດ; ກຳນົດສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍາມໃດກໍແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ.
ສອງຝ່າຍຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາ, ພ້ອມດຽວກັນນັ້ນ ກໍກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກໃຫ້ປະສົບຜົນສຳເລັດ. ການນຳສອງທ່ານກໍເນັ້ນໜັກ ແລະ ຢັ້ງຢືນເຖິງຄວາມສຳຄັນຍຸດທະສາດຂອງການເພີ່ມທະວີເສົາຄ້ຳຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດຫຼາຍກວ່າອີກ, ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ; ຍູ້ແຮງການເຊື່ອມຕໍ່ ແລະ ຊ່ວຍເຫຼືອກັນລະຫວ່າງສອງພື້ນຖານເສດຖະກິດ; ຕັ້ງໜ້າແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຄັດໃນວິວັດການປະຕິບັດ. ສອງຝ່າຍເຫັນດີຊຸກຍູ້ການເຕີບໂຕມູນຄ່າການຄ້າສອງຝ່າຍເພື່ອບັນລຸໄດ້ເປົ້າໝາຍ 5 ຕື້ USD ໃນໄວໆນີ້ ແລະ ມຸ່ງໄປເຖິງການບັນລຸໄດ້ 10 ຕື້ USD ໃນໄລຍະຈະມາເຖິງ; ສຸມໃສ່ແຫຼ່ງກຳລັງຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຈຸດສຸມ, ເຊັ່ນ: ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຊຸກຍູ້ການຜັນຂະຫຍາຍຮູບແບບເຂດອຸດສາຫະກຳ ຫວຽດນາມ - ລາວ, ເສດຖະກິດດ່ານຊາຍແດນຜ່ານຊາຍແດນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ; ສ້າງສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດ ແລະ ການເຊື່ອມຕໍ່ພື້ນຖານໂຄງລ່າງ ເພື່ອແນໃສ່ສ້າງເງື່ອນໄຂສະດວກຊຸກຍູ້ວິສາຫະກິດສອງປະເທດພັດທະນາແບບຍືນຍົງ, ເພີ່ມທະວີການໜູນຊ່ວຍກັນລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ - ລາວ.
ໄປຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ລາວ ຈະເປີດກວ້າງການຮ່ວມມືລະຫວ່າງບັນດາອົງການພັກ, ລັດ, ແນວໂຮມ, ໝູ່ຄະນະ ແລະ ອົງການຈັດຕັ້ງມະຫາຊົນ; ເພີ່ມທະວີການສົມທົບ, ໜູຊ່ວຍກັນໃນການພັດທະນາເສດຖະກິດ - ສັງຄົມ, ກໍຄືຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງສາຍພົວພັນແບບພິເສດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນກວ່າອີກ.