ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ແຕ່ລະຄົນ, ກິດຈະກຳລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ ຫາກຍັງປະກອບສ່ວນຕັ້ງໜ້າໃຫ້ແກ່ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອນກັນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
ຕອນບ່າຍວັນທີ 3 ທັນວາ, ຢູ່ນະຄອນຫລວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ພ້ອນກັນເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ການຮ່ວມມືຍຸດທະສາດ - ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
ຂ້າພະເຈົ້າສະເໜີວິສາຫະກິດປະກອບສ່ວນເຮັດໃໝ່, ເພີ່ມທະວີຄວາມສະໜິດຕິດພັນຍຸດທະສາດ ລະຫວ່າງບັນດາວິສາຫະກິດ. ລັດຕ້ອງສ້າງລະບອບລະບຽບການ, ກົນໄກທີ່ສະດວກ, ໃນນັ້ນມີສາມບຸກທະລຸຍຸດທະສາດ ທີ່ສອງປະເທດພວມຜັນຂະຫຍາຍປະຕິບັດ. ສ້າງຂອດບຸກທະລຸກ່ຽວກັບລະບອບລະບຽບການ, ກົນໄກຕ້ອງສະດວກ, ພື້ນຖານໂຄງລ່າງຕ້ອງລຸ້ລ່ວງ, ການບໍລິຫານຕ້ອງສະຫຼາດ, ວິສາຫະກິດຕ້ອງນຳໜ້າ, ລັດ ແລະ ເອກະຊົນຕ້ອງຮ່ວມເດີນທາງ.