• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວສົມ​ທົບ​ກັນ ສ້າງ​ເອ​ກະ​ສານ​ການ​ພົວ​ພັນລະ​ຫວ່າງ ​ສະ​ພາ​ແຫ່ງ​ຊາດ ສອງ​ປະ​ເທດ

ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ ບຸຍວັນເກືອງ ໃຫ້ຮູ້ວ່າ ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບບັນດານັກຊ່ຽວຊານແຖວໜ້າ ໃນຂົງເຂດວິທະຍາສາດປະຫວັດສາດ ຮຽບຮຽງ ແລະ ພິມຈຳໜ່າຍຊຸດປຶ້ມປະຫວັດສາດສະພາແຫ່ງຊາດ ຫວຽດນາມ.
ທ່ານບຸຍວັນເກືອງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ລາວ (ພາບ: daibieunhandan.vn)

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງ ໄດ້ເຮັດວຽກກັບທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ລາວ ແລະ ຄະນະປະຕິບັດງານ ກ່ຽວກັບວຽກງານສ້າງເອກະສານປະຫວັດສາດສະພາແຫ່ງຊາດ, ສັງລວມເອກະສານກ່ຽວກັບການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ.

ທີ່ການເຮັດວຽກ, ທ່ານເລຂານຸການໃຫຍ່ ສະພາແຫ່ງຊາດ ບຸຍວັນເກືອງ ໃຫ້ຮູ້ວ່າ ຫ້ອງວ່າການສະພາແຫ່ງຊາດ ໄດ້ສົມທົບກັບບັນດານັກຊ່ຽວຊານແຖວໜ້າ ໃນຂົງເຂດວິທະຍາສາດປະຫວັດສາດ ຮຽບຮຽງ ແລະ ພິມຈຳໜ່າຍຊຸດປຶ້ມປະຫວັດສາດສະພາແຫ່ງຊາດ ຫວຽດນາມ, ລວມມີ 4 ເຫຼັ້ມ (ໄລຍະ 1946 – 2011 ແລະ ປັດຈຸບັນ ພວມສືບຕໍ່ຄົ້ນຄ້ວາຮຽບຮຽງ ໄລຍະ 2011 - 2026) ສ່ອງແສງວິວັດທະນາການກໍ່ສ້າງ ແລະ ພັດທະນາຂອງສະພາແຫ່ງຊາດ ຫວຽດນາມ ຜ່ານໄລຍະທາງແຫ່ງການພັດທະນາຂອງປະຕິວັດ ຫວຽດນາມ.

ຕີລາຄາສູງບັນດາຄຳເຫັນແບ່ງປັນ, ແລກປ່ຽນບົດຮຽນປະສົບການຂອງ ທ່ານ ບຸຍວັນເກືອງ ເລຂານຸການໃຫຍ່ ສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ລາວ ປາດຖະໜາຢາກ ໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ມີບັນດາການແບ່ງປັນ, ປະກອບຄຳເຫັນເຂົ້າວິວັດການປະຕິບັດສຳເລັດ, ສະເໜີຄົ້ນຄ້ວາພິມຈຳໜ່າຍປຶ້ມກ່ຽວກັບປະຫວັດສາດການພົວພັນທີ່ເປັນມູນເຊື້ອລະຫວ່າງສະພາແຫ່ງຊາດ ສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຫວຽດນາມ - ສ.ເກົາຫຼີ: ການທູດລັດຖະສະພາມີບົດບາດສຳຄັນໃນການຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ

ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ປະ​ເທດ, ຕັ້ງ​ໜ້າ​ປັບ​ປຸງ​ນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ແຕ່​ລະ​ປະ​ເທດ.

Top