• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດຕາມ ແລ​ະ ຖືສົນ​ທິ​ສັນ​ຍາ UNCLOS ​ເປັນ​ສຳ​ຄັນ

ພິທີເປີດຕົວກຸ່ມເພື່ອນມິດຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຖືກດຳເນີນໃນວັນທີ 30 ມິຖຸນາ ຢູ່ ນິວຢອກ ໂດຍມີການເຂົ້າຮ່ວມຂອງທ່ານ Miguel de Serpa Soares ຮອງເລທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫານິຕິກຳ ທັງເປັນທີ່ປຶກສາດ້ານນິຕິກຳ ຂອງ ສປຊ ພ້ອມດ້ວຍຜູ້ຕາງໜ້າຂອງ 96 ປະເທດສະມາຊິກ ສປຊ. ນີ້ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ແລະ ເຢຍລະມັນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມ ກຸ່ມເພື່ອນມິດຂອງ ສົນທິສັນຍາ UNCLOS ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມຂອງ ຫວຽດນາມ ແລະ ເຢຍລະມັນ ໂດຍຖືວ່າ ຂໍ້ລິເລີ່ມດັ່ງກ່າວ ໄດ້ຕອບສະໜອງຄວາມສົນໃຈ ແລະ ຄວາມຕ້ອງການໄດ້ຢ່າງທັນການໃນການຍົກສູງບົດບາດ, ຄຸນຄ່າຂອງ UNCLOS, ຊຸກຍູ້ການປະຕິບັດສົນທິສັນຍາ UNCLOS, ສ້າງກົນໄກສົມທົບກັນ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍ ສຳລັບ UNCLOS ແລະ ສິ່ງທ້າທາຍຢູ່ທະເລ ແລະ ມະຫາສະໝຸດ ເປັນຕົ້ນແມ່ນບັນຫາມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ…

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ນັ້ນແມ່ນ ປະຕິບັດຕາມ, ຖືສົນທິສັນຍາ UNCLOS ເປັນສຳຄັນ, ກົດບົດ ສປຊ ແລະ ກົດໝາຍສາກົນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍປາດຖະໜາວ່າ ກຸ່ມເພື່ອນມິດ UNCLOS ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບ UNCLOS ຕື່ມອີກ, ແບ່ງປັນພຶດຕິກຳທີ່ດີໃນການໝູນໃຊ້ UNCLOS ເຂົ້າໃນການແບ່ງກຳນົດເຂດທະເລ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ຮູບແບບຄຸ້ມຄອງມະຫາສະໝຸດ, ຈາກນັ້ນ, ໜູນຊ່ວຍການປະຕິບັດສົນທິສັນຍາ UNCLOS ແລະ ຕອບສະໜອງໄດ້ຄວາມສົນໃຈລວມຂອງປະຊາຄົມສາກົນ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top