• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).
ກຳລັງເຈົ້າໜ້າທີ່ກວດກາການເຄື່ອນໄຫວຂອງກ່ຳປັ່ນຫາປາ (ພາບ: TTXVN)

ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ທີ່ມີຄວາມໝາຍສຳຄັນສຳລັບການພັດທະນາຂະແໜງສິນໃນນ້ຳແບບຍືນຍົງຂອງບັນດາປະເທດໃນໂລກ, ໃນນັ້ນ ມີ ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ Christian Vidal – Leon ນັກຊ່ຽວຊານ, ທະນາຍຄວາມແກ້ໄຂການຂັດແຍ້ງກັນໃນພາກສ່ວນບັນດາບັນຫານິຕິກຳ ແລະ ຄະນະເລຂາ ອົງການອຸທອນ ຂອງ ອົງການການຄ້າໂລກ (WTO), ເນັ້ນໜັກວ່າ ນັບແຕ່ປີ 2017, ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC). ໃນໄລຍະກວ່າ 6ປີຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ເອກະສານນິຕິກຳທີ່ກ່ຽວຂ້ອງຫຼາຍສະບັບ, ນຳບັນດາຂໍ້ສະເໜີແນະຂອງ EU ເຂົ້າກົດໝາຍສິນໃນນ້ຳ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍແຜນການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ ໂດຍລັດຖະບານ ຫວຽດນາມ ປະກາດໃຊ້ເມື່ອປີ 2023.

(ແຫຼ່ງຄັດຈາກ VOV)

ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ລາວ

ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ລາວ

ທ່ານ ຄຳ​ລຽງ ອຸ​ທະ​ໄກ​ສອນ ຢັ້ງ​ຢືນ​ວ່າ ພັກ, ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍ່​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ພັກ, ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຍືນ​ຍົງ​ຄົງ​ຕົວ​ຊົ່ວ​ກາ​ລະ​ນານ.

Top