• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ ແລະ ສັນ​ຕິ​ພາບ​ໃນ​ໂລກ

ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮຽນຮູ້ປະສົບການຈາກເພື່ອນມິດສາກົນ ກໍຄື ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນເພື່ອພ້ອມກັນເພີ່ມທະວີແຫຼ່ງກຳລັງ, ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ພາກພື້ນ ແລະ ແຕ່ລະປະເທດ.
  ກອງປະຊຸມສາກົນຄັ້ງທີ XI ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ (ພາບ: TTXVN)  

ວາລະປະຊຸມຄົບຄະນະ ກອງປະຊຸມສາກົນຄັ້ງທີ XI ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຖືກໄຂຂຶ້ນໃນວັນທີ 24 ພຶດສະພາ, ຢູ່ ລັດເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຕ່າງປະເທດເກືອບ 100 ຄະນະ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ. ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮຽນຮູ້ປະສົບການຈາກເພື່ອນມິດສາກົນ ກໍຄື ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນເພື່ອພ້ອມກັນເພີ່ມທະວີແຫຼ່ງກຳລັງ, ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ພາກພື້ນ ແລະ ແຕ່ລະປະເທດ.  

ກ່ອນໜ້ານັ້ນ, ວັນທີ 23 ພຶດສະພາ, ທ່ານລັດຖະມົນຕີ ໂຕເລິມ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ວາລະປຶກສາຫາລືຄັ້ງທີ III ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ອາຊຽນ - ລັດເຊຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ຢ່າງສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນເລື່ອງ ລັດເຊຍ ເສີມຂະຫຍາຍບົດບາດຢູ່ພາກພື້ນ, ເພີ່ມທະວີການພົວພັນ ອາຊຽນ - ລັດເຊຍ, ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາອົງການຈັດຕັ້ງ ເຊິ່ງ ລັດເຊຍ ມີບົດບາດເປັນເສົາຄ້ຳສຳຄັນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບກັບ ລັດເຊຍ ແລະ ບັນດາປະເທດ ອາຊຽນ ຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ, ຖືປະຊາຊົນເປັນໃຈກາງ,  ເປັນເປົ້າໝາຍ ແລະ ເປັນກຳລັງໜູນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top