• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຝ​ລັ່ງ ຊຸກ​ຍູ້​ການ​ຮ່ວມ​ມື​ຍຸດ​ທ​ະ​ສາດ ກ່ຽວ​ກັບ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ

ທ່ານ ເລ​ເຕິນ​ເຕີຍ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊີ້​ແຈ້ງວ່າ ຫວຽດ​ນາມ ສະ​ເໜີ​ຮັກ​ສາ​ກົນ​ໄກ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ສອງ​ກຳ​ມາ​ທິ​ການ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ສ້າງ​ກົດ​ໝາຍ.
  ກ​ານ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: VNA)  

ໃນ​ສອງ​ວັນ​ເຮັດ​ວຽກ​ຢູ່ ຝ​ລັ່ງ (10 – 11 ກໍລະ​ກົດ), ທ່ານ ເລ​ເຕິ້ນ​ເຕີຍ ຫົວ​ໜ້າ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ທ່ານ Jean-Michel Jacques ປະ​ທານ​ກຳ​ມາ​ທິ​ການ ປ້ອງ​ກັນ​ຊາດ ແລະ ກຳ​ລັງປະກອບ​ອາ​ວຸດ ຂອງ ສະ​ພາ​ຕ່ຳ​ ຝ​ລັ່ງ ໄດ້​ແລກ​ປ່ຽນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ ແລະ ສອງ​ກຳ​ມາ​ທິ​ການ​.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ ເລ​ເຕິນ​ເຕີຍ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊີ້​ແຈ້ງວ່າ ຫວຽດ​ນາມ ສະ​ເໜີ​ຮັກ​ສາ​ກົນ​ໄກ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ສອງ​ກຳ​ມາ​ທິ​ການ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ, ເຕັກ​ໂນ​ໂລ​ຢີ​ສອງ​ຄຸນປະ​ໂຫຍດ, ຄວາມ​ໝັ້ນ​ຄົງ​ດ້ານທະ​ເລ, ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ປົກ​ປ້ອງ​ພື້ນ​ຖານ​ໂຄງ​ລ່າງ​ສຳ​ຄັນ, ຄວບ​ຄຸມ​ວິ​ກິດ​ການ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້​າ​ທາຍ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່.

ສ່ວນ​ທ່ານ Jean-Michel Jacques ປະ​ທານ​ກຳ​ມາ​ທິ​ການ ປ້ອງ​ກັນ​ຊາດ ແລະ ກຳ​ລັງ​ປະກອບອາ​ວຸດ ຂອງ ສະ​ພາ​ຕ່ຳ​ ຝ​ລັ່ງ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ເມື່ອ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ​ພາຍຫຼັງ​ກັບ​ເມືອ​ຝ​ລັ່ງ ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ກະ​ສິ​ກຳ, ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຝ​ລັ່ງ ແລະ EU ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ວິ​ວັດ​ການ​ແກ້​ບັດ​ເຫຼືອງ IUU ຕໍ່​ສິນ​ໃນ​ນ້ຳ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ການ​ຄ້າ ແລະ ລະ​ບົບ​ສະ​ໜອງ ຫວຽດ​ນາມ - ທະ​ເລ​ແດງ

ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ, ການ​ຄ້າ ແລະ ລະ​ບົບ​ສະ​ໜອງ ຫວຽດ​ນາມ - ທະ​ເລ​ແດງ

ທ່ານ​ ຫງວຽນ​ນາມ​ເຢືອງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອຢິບ ຫາ​ກໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ດ້ານ​ການທູດ​​ເສດ​ຖະ​ກິດ​ຢູ່​ແຂວງ ທະ​ເລ​ແດງ​ຂອງ ເອ​ຢິບ ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ເອຢິບ.

Top