ທ່ານ ເລເຕິນເຕີຍ ຫົວໜ້າຄະນະກຳມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ສະເໜີຮັກສາກົນໄກແລກປ່ຽນຄະນະຜູ້ແທນ ແລະ ພົບປະເປັນປະຈຳລະຫວ່າງສອງກຳມາທິການ, ເພີ່ມທະວີການແບ່ງປັນບົດຮຽນປະສົບການສ້າງກົດໝາຍ.
ການແລກປ່ຽນລະຫວ່າງສອງຝ່າຍ (ພາບ: VNA)
ໃນສອງວັນເຮັດວຽກຢູ່ ຝລັ່ງ (10 – 11 ກໍລະກົດ), ທ່ານ ເລເຕິ້ນເຕີຍ ຫົວໜ້າກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Jean-Michel Jacques ປະທານກຳມາທິການ ປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ຂອງ ສະພາຕ່ຳ ຝລັ່ງ ໄດ້ແລກປ່ຽນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ສອງກຳມາທິການ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເລເຕິນເຕີຍ ຫົວໜ້າຄະນະກຳມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ຂອງສະພາແຫ່ງຊາດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ສະເໜີຮັກສາກົນໄກແລກປ່ຽນຄະນະຜູ້ແທນ ແລະ ພົບປະເປັນປະຈຳລະຫວ່າງສອງກຳມາທິການ, ເພີ່ມທະວີການແບ່ງປັນບົດຮຽນປະສົບການສ້າງກົດໝາຍ, ຕິດຕາມກວດກາໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອຸດສາຫະກຳປ້ອງກັນຊາດ, ເຕັກໂນໂລຢີສອງຄຸນປະໂຫຍດ, ຄວາມໝັ້ນຄົງດ້ານທະເລ, ຄວາມປອດໄພທາງໄຊເບີ, ປົກປ້ອງພື້ນຖານໂຄງລ່າງສຳຄັນ, ຄວບຄຸມວິກິດການ ແລະ ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.
ສ່ວນທ່ານ Jean-Michel Jacques ປະທານກຳມາທິການ ປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ຂອງ ສະພາຕ່ຳ ຝລັ່ງ ຕີລາຄາສູງໝາກຜົນຂອງການຢ້ຽມຢາມ ຫວຽດນາມເມື່ອເດືອນມິຖຸນາຜ່ານມາ ແລະ ໃຫ້ຮູ້ວ່າພາຍຫຼັງກັບເມືອຝລັ່ງ ໄດ້ສົ່ງຈົດໝາຍໄປຍັງລັດຖະມົນຕີຮັບຜິດຊອບກະສິກຳ, ສະເໜີບັນດາອົງການທີ່ກ່ຽວຂ້ອງຂອງຝລັ່ງ ແລະ EU ເອົາໃຈໃສ່, ໜູນຊ່ວຍວິວັດການແກ້ບັດເຫຼືອງ IUU ຕໍ່ສິນໃນນ້ຳ ຫວຽດນາມ.