ຂ່າວສານ
ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຕ້ອງມີຄວາມຮັບຜິດຊອບຮັກສາສັນຕິພາບ, ສະຖຽນລະພາບຢູ່ ທະເລຕາເວັນອອກ
ກ່ຽວກັບແຫຼ່ງຂ່າວທີ່ວ່າ, ກຳປັ່ນຕຳຫຼວດທະເລຂອງ ຈີນ ໄດ້ເດີນມາໃກ້ ຮ້ານເຈາະນ້ຳມັນອາຍແກຼດ ຫາຍແທກ 50 – 2 ຂອງ ຫວຽດນາມ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:
“ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ພວມຕິດຕາມສະພາບການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ ແລະ ປົກປັກຮັກສາອະທິປະໄຕເຂດທະເລຂອງຕົນ. ການເຄື່ອນໄຫວຂອງບັນດາປະເທດ ຢູ່ທະເລຕາເວັນອອກ ຄວນໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດທີ່ກ່ຽວຂ້ອງຂອງກົດໝາຍສາກົນ, ເຄົາລົບອະທິປະໄຕ, ອຳນາດອະທິປະໄຕ, ອຳນາດສານຂອງບັນດາປະເທດຢູ່ເຂດແຄມທະລ ທີ່ໄດ້ກຳນົດໄວ້ໃນ UNCLOS, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ຢູ່ ທະເລຕາເວັນອອກ.”
ກ່ຽວກັບແຫຼ່ງຂ່າວທີ່ວ່າ ກຳປັ່ນສູ້ຮົບຂອງ ອາເມລິກາ ຈະເຄື່ອນຍ້າຍມາໝູ່ເກາະເຈື່ອງຊາ ແລະ ຮວ່າງຊາ ຂອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ຂອງ UCLOS 1982, ຫວຽດນາມ ປະຕິບັດບັນດາຂໍ້ກຳນົດຂອງສົນທິສັນຍາສະບັບດັ່ງກ່າວ, ນັບທັງຂໍ້ກຳນົດທີ່ກ່ຽວຂ້ອງເຖິງການເດີນເຮືອ, ການບິນໃນເຂດທະເລຢ່າງສອດຄ່ອງກັບ ສົນທິສັນຍາ. ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນຢູ່ເຂດທະເລຕາເວັນອອກ. /.
(ແຫຼ່ງຄັດຈາກ VOV)