ຂ່າວສານ
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າຢູ່ທີ່ກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 47
ຕອນບ່າຍວັນທີ 20 ພະຈິກ, ຢູ່ມານີລາ, ຟີລິບປິນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຢວານແອັງ, ໄດ້ຮັບການມອບສິດຈາກທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປະຊຸມຄົບຄະນະຄັ້ງທີ 2 ແລະ ພິທີອັດກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່ງາຊາດ ອາຊຽນ ຄັ້ງທີ 47 (AIPA-47).
ໂດຍໄດ້ດຳເນີນແຕ່ວັນທີ 16 – 21 ພະຈິກ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງ ຊາດ AIPA-47 ໄດ້ຈັດ 31 ວາລະປະຊຸມສະມັດຊາໃຫຍ່ ແລະ ຮັບຮອງເອົາຖະແຫຼງການຮ່ວມພ້ອມກັບມະຕິ 36 ສະບັບວ່າດ້ວຍສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ປັນຍາປະດິດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາບັນຫາສັງຄົມ. ພິເສດ, ການຮັບເອົາລັດຖະສະພາ ຕີມໍແລັດເຕ ເຂົ້າເປັນສະມາຊິກ ເປັນການສ້າງຂີດໝາຍ AIPA ມີສະມາຊິກຄົບຖ້ວນ 11 ປະເທດ, ຄືກັນກັບອາຊຽນ.
ສິ່ງທີ່ເປັນໜ້າສົນໃຈ, ມະຕິ ທັງ 4 ສະບັບໂດຍ ຫວຽດນາມ ນຳສະເໜີລ້ວນແຕ່ໄດ້ຮັບຄວາມເຫັນດີຮັບຮອງເອົາເປັນເອກະພາບ, ສຸມໃສ່ເຂົ້າການຄຸ້ມຄອງບໍລິຫານຄວາມສ່ຽງຕໍ່ຄວາມໝັ້ນຄົງທີ່ສະຫຼັບກັນ, ປ່ຽນແປງໃໝ່ຮູບແບບພັດທະນາມຸ່ງໄປເຖິງການເຕີບໂຕແບບກວມລວມ, ເພີ່ມທະວີການເຊື່ອມຕໍ່ປະຊາຊົນ ແລະ ເສີມຂະຫຍາຍບົດບາດຂອງແມ່ຍິງໃນການຄຸ້ມຄອງບໍລິຫານປັນຍາປະດິດຢ່າງມີຄວາມຮັບຜິດຊອບ.






