• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 60 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃນຫຼາຍວາລະປະຊຸມ, ວາລະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ຄື: ຊາວໜຸ່ມ ແລະ ສິດທິມະນຸດ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ; ນ້ຳສະອາດ ແລະ ການອະນາໄມ; ສິດທິຂອງຜູ້ອາຍຸສູງ…
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມຄັ້ງທີ 60 ສະພາສິດທິມະນຸດຂອງ ສປຊ ໄດ້ອັດລົງໃນວັນທີ 8 ຕຸລາ ຢູ່ນະຄອນ ເຊີແນວ, ສະວິດ, ສິ້ນສຸດ 3 ກອງປະຊຸມປະຈຳໄລຍະ ແລະ ຫຼາຍກິດຈະກຳໃນປີ 2025, ກໍຄື 9 ກອງປະຊຸມໃນທັງອາຍຸການ 2023 – 2025, ສ້າງຂີດໝາຍກ່ຽວກັບການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ.

ໃນກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ເປັນເຈົ້າການສ້າງ ແລະ ນຳສະເໜີຄຳເຫັນລວມກ່ຽວກັບການຊຸກຍູ້ສິດທິມະນຸດ ໄດ້ຮັບການສັກວັກຊິນ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ, ໄລ່ຮອດປັດຈຸບັນໄດ້ຮັບການອຸປະຖຳຈາກ 51 ປະເທດ ຢູ່ທັງ 5 ທະວີບ. ກໍໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າປະກອບຄຳເຫັນໃນຫຼາຍວາລະປະຊຸມ, ວາລະປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ຄື: ຊາວໜຸ່ມ ແລະ ສິດທິມະນຸດ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ສິດທິມະນຸດ; ນ້ຳສະອາດ ແລະ ການອະນາໄມ; ສິດທິຂອງຜູ້ອາຍຸສູງ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top