• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ຫຼັງ​ໂຄວິດ - 19 ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍພັດທະນາ, ເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ຍູ້ແຮງການປ່ຽນແປງໃໝ່ການສຶກສາບຳລຸງສ້າງ.
  ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ນັບແຕ່ວັນທີ 6 - 15 ກຸມພາ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ໄດ້ດຳເນີນກອງປະຊຸມປະຈຳປີຄັ້ງທີ 61 ຂອງຄະນະກຳມະການພັດທະນາສັງຄົມ (CSocD61) ຂອງສປຊ, ດ້ວຍຫົວຂໍ້ “ສ້າງວຽກເຮັດງານທຳຢ່າງພຽງພໍ, ມີສະມັດຕະພາບ ແລະ ໝັ້ນຄົງໃຫ້ແກ່ທຸກຄົນ ເພື່ອແນໃສ່ແກ້ໄຂການຂາດຄວາມສະເໝີພາບ, ຍູ້ໄວການຟື້ນຟູຫຼັງໂຄວິດ - 19 ແລະ ປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ”.

ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 13 ກຸມພາ, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນນະໂຍບາຍຊຸກຍູ້ວຽກເຮັດງານທຳທີ່ໝັ້ນຄົງ ກໍ່ຄືພັດທະນາພື້ນຖານເສດຖະກິດ - ສັງຄົມ ແລະ ຄວາມສາມັກຄີ, ຖືນີ້ແມ່ນປັດໄຈສຳຄັນປະກອບສ່ວນຍູ້ໄວການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງໃຫ້ສຳເລັດຜົນ. ຫວຽດນາມ ຖືປະຊາຊົນເປັນໃຈກາງຂອງນະໂຍບາຍພັດທະນາ, ເອົາໃຈໃສ່ເປັນພິເສດເຖິງການໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ຍູ້ແຮງການປ່ຽນແປງໃໝ່ການສຶກສາບຳລຸງສ້າງ, ເພີ່ມທະວີທັກສະ, ຄວາມສາມາດໃນການຮຽນດ້ວຍຕົນເອງ ແລະ ການປັບຕົວໃຫ້ຜູ້ອອກແຮງງານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top