• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຂອງ ສ​ປ​ຊ

ວັນທີ 20 ກັນຍາ, ອົງການຫໍສະໝຸດ ແລະ ເກັບຮັກສາຂອງ ສປຊ ປະຈຳ ເຊີແນວ ໄດ້ເປີດງານວາງສະແດງເອກະສານ ແລະ ວັດຖຸພັນປະຫວັດສາດ ເພື່ອສະເຫຼີມສະຫຼອງ 100 ປີ ແຫ່ງລັດທິຫຼາຍຝ່າຍຢູ່ ເຊີແນວ (1920 – 2020) ເພື່ອເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫຼາຍຝ່າຍໃນໂລກທີ່ພວມມີການປ່ຽນແປງຫຼາຍຢ່າງຄືໃນປັດຈຸບັນນີ້.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ

ໂອກາດນີ້ ກໍກົງກັບການສະເຫຼີມສະຫຼອງ 45 ປີ ແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (20/9/1977 – 20/09/2022), ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆ ຢູ່ ເຊີແນວ, ໄດ້ລົງລາຍເຊັນໃສ່ປ້າຍໂຄສະນາ ກົດບັດ ສປຊ ແລະ ພ້ອມກັບພະນັກງານ, ພາລະກອນຂອງຄະນະເຂົ້າຮ່ວມງານວາງສະແດງ ເພື່ອເປັນການສະແດງຄຳໝັ້ນສັນຍາຢ່າງແຮງ ແລະ ຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ຫວຽດນາມ ເພື່ອຍົກສູງ ແລະ ຊຸກຍູ້ລັດທິຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top