• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນປັບ​ປຸງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ນະ​ລະ​ສຸກ​ໃຫ້​ແກ່​ແຮງ​ງານ​ອົບ​ພະ​ຍົບ

ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງສາທາລະນະສຸກ ແລະ ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື, ຍົກສູງສຸຂະພາບ, ຄຸນນະພາບຊີວິດການເປັນຢູ່ຂອງຊາວອົບພະຍົບ, ພ້ອມທັງໜູນຊ່ວຍຊາວອົບພະຍົບໄດ້ເຂົ້າເຖິງບັນດາລະບົບ, ນະໂຍບາຍດ້ານສາທາລະນະສຸກແຫ່ງຊາດ.
ພິທີລົງນາມ (ພາບ: IOM)

ພິທີລົງນາມໄດ້ເປັນຂີດໝາຍແກ່ບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງກະຊວງສາທາລະນະສຸກ ຫວຽດນາມ ກັບ ສປຊ ເວົ້າລວມ ແລະ ອົງການ IOM ເວົ້າສະເພາະ ເພື່ອແນໃສ່ເພີ່ມທະວີຍົກສູງການຮັກສາສຸຂະພາບໃຫ້ແກ່ປະຊາຊົນໃນສະພາບການໃໝ່. ທ່ານນາງ Park Mi- Hyung, ຫົວໜ້າຄະນະຜູ້ຕາງໜ້າອົງການ IOM ປະຈຳ ຫວຽດນາມ ເນັ້ນໜັກວ່າ:

        “ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ IOM  ແລະ ກະຊວງສາທາລະນະສຸກ ທີ່ລົງນາມໃນມື້ນີ້ ໄດ້ຍົກອອກຂອບເຂດການຮ່ວມມືເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືໃນຂົງເຂດສາທາລະນະສຸກ ລະຫວ່າງສອງອົງການ. ໂດຍແມ່ນອົງການແຖວໜ້າຂອງ ສປຊ ກ່ຽວກັບການອົບພະຍົບທີ່ປອດໄພ, ອົງການ IOM ໃຫ້ຄຳໝັ້ນສັນຍາ ຈະຮ່ວມມືຍາວນານ ແລະ ມີຍຸດທະສາດກັບລັດຖະບານ ຫວຽດນາມ, ພິເສດແມ່ນກະຊວງສາທາລະນະສຸກ ເພື່ອຮັບປະກັນສຸຂະພາບ ແລະ ຄຸນນະພາບການດຳລົງຊີວິດໃຫ້ແກ່ປະຊາຊົນທຸກຄົນ, ລວມທັງຜູ້ອົບພະຍົບ. ພວກຂ້າພະເຈົ້າມີຄວາມປາດຖະໜາຢາກປັບປຸງການຮ່ວມມືລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນກວ່າເກົ່າ”.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top