• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ພິ​ເສດ​ແກ່​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ

ຕອນບ່າຍວັນທີ 13 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ. ນີ້ແມ່ນການຕ້ອນຮັບແຂກສາກົນຄັ້ງທຳອິດຂອງ ປະທານສະພາແຫ່ງຊາດ ຫວຽດນາມ ໃນຖານະຕຳແໜ່ງໃໝ່.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ເລື່ອງ ລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມຄັ້ງປະຖົມມະລຶກ ປະສົບຜົນສຳເລັດຢ່າງຈົບງາມ, ສະພາແຫ່ງຊາດ ລາວ ຊຸດທີ IX ເລືອກຕັ້ງໄດ້ຄະນະການນຳຊຸດໃໝ່ ທີ່ມີຄວາມເກັ່ງກ້າສາມາດ, ມີຄວາມໄວ້ວາງໃຈສູງ ແລະ ວາງອອກຍຸດທະສາດ, ນະໂຍບາຍສຳຄັນຫຼາຍຢ່າງໃຫ້ແກ່ອາຍຸການໃໝ່. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ລັດ ລາວ, ພ້ອມດ້ວຍຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມຂອງບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ຂອງທົ່ວປວງຊົນທັງຊາດ, ປະເທດຊາດ, ປະຊາຊົນ ລາວ ຈະຄວບຄຸມໂລກລະບາດໂຄວິດ - 19 ໄດ້ໂດຍໄວ, ສືບຕໍ່ສຸມໃສ່ພັດທະນາເສດຖະກິດ - ສັງຄົມ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພິເສດແກ່ສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ  - ລາວ. ໃນສະພາບການທີ່ໂລກລະບາດໂຄວິດ - 19 ແຜ່ລະບາດຮອບໃໝ່ນັ້ນ, ການນຳສອງປະເທດ ຍັງສືບຕໍ່ແລກປ່ຽນ, ບັນດາກົນໄກຮ່ວມມືກໍຍັງໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າດ້ວຍຫຼາຍຮູບແບບ ເປັນຕົ້ນແມ່ນ ການໂອ້ລົມປຶກສາຫາລືທາງໂທລະສັບລະຫວ່າງປະທານປະເທດສອງປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດສອງປະເທດ.

   ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ສົມທົບກັບ ກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດ ຫວຽດນາມ ແລະ ບັນດາອົງການອື່ນໆຂອງສະພາແຫ່ງຊາດສອງປະເທດ ເພື່ອສືບຕໍ່ຊຸກຍູ້ບັນດາເນື້ອໃນການຮ່ວມມື ຄື: ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນໂດຍກົງ ແລະ ຜ່ານທາງອອນລາຍ ເພື່ອຮ່ວມມື, ແບ່ງປັນປະສົບການ; ສືບຕໍ່ຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຕາມຫົວຂໍ້ຕ່າງໆ ເພື່ອແບ່ງປັນບົດຮຽນ, ປະສົບການໃນວຽກງານນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນ, ໂດຍສະເພາະແມ່ນການບໍລິຫານເສດຖະກິດມະຫາພາກ, ງົບປະມານ ແລະ ການຕິດຕາມກວດກາການຜັນຂະຫຍາຍປະຕິບັດກົດໝາຍກ່ຽວກັບວຽກງານວິຊາການ ລະຫວ່າງບັນດາອົງການກ່ຽວຂ້ອງຂອງສະພາແຫ່ງຊາດສອງປະເທດ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top