
ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ຫວຽດນາມຮັບດຳລົງຕຳແໜ່ງເປັນປທານ AIPA 41 (ພາບ: TTXVN)
ໃນຂະນະນັ້ນ, ທ່ານນາງ Jessica Wau, ຮອງຫົວໜ້າ SIIA ຮັບຜິດຊອບການຄົ້ນຄ້ວາກ່ຽວກັບ ອາຊຽນ, ຕີລາຄາສູງບົດບາດການຊີ້ນຳນຳພາ ອາຊຽນ ຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020. ເລື່ອງ ຫວຽດນາມ ມີວິທີຮັບມືກັບໂລກລະບາດໂຄວິດ-19 ໄດ້ສ້າງຄວາມປະທັບໃຈທີ່ສຸດ, ພິເສດແມ່ນໃນການຊຸກຍູ້ປະຕິກິລິຍາ “ມີຄວາມສະໜິດຕິດພັນທີ່ສຸດ ແລະເປັນເຈົ້າການຮັບມື” ຂອງ ອາຊຽນ ໃນປີທີ່ເຕັມໄປດ້ວຍສິ່ງທ້າທາຍນີ້.
ບັນດານັກນັກຊ່ຽວຊານ SIIA ໃຫ້ຂໍ້ສັງເກດວ່າ, ໃນບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ, ຈາກວິທີຈັດຕັ້ງບັນດາກອງປະຊຸມສຸດຍອດຂອງ ອາຊຽນ, ນັບທັງພາຍໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມື,ສາມາດເຫັນໄດ້ວ່າ ອາຊຽນ ຮັກສາໄດ້ “ຄວາມເປັນເຈົ້າຕົນເອງທາງດ້ານຍຸດທະສາດ” ແລະ ໃນອະນາຄົດ, ອາຊຽນ ລ້ວນແຕ່ສາມາດເຮັດໄດ້ດີກ່ວານີ້ອີກ.
(ແຫຼ່ງຄັດຈາກ VOV)