• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ມະ​ນຸດ​ໃນ​ທຸກ​ແນວ​ທາງ​ພັດ​ທະ​ນາ

ດ້ວຍວິທີການສຳຜັດຖືມະນຸດເປັນໃຈກາງ, ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງ ແລະ ປະຕິຮູບການຫາເງິນລ້ຽງຊີບຂອງປະຊາຊົນ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຜ່ານການພັດທະນາ, ພ້ອມທັງຮັບປະກັນການພັດທະນາເພື່ອປະຊາຊົນ, ໂດຍປະຊາຊົນ.
ພາບປະກອບ: TTXVN

ວັນທີ 10 ທັນວາ ຄົບຮອບ 75 ປີແຫ່ງວັນອອກ ຖະແຫຼງການສາກົນກ່ຽວກັບສິດທິມະນຸດ   (1948 - 2023). ຢູ່ ຫວຽດນາມ, ໃນ ບົດຖະແຫລງປະກາດເອກະລາດ  ເມື່ອ ວັນທີ 1945, ທ່ານປະທານໂຮ່ຈີມິນ ໄດ້ຍົກໃຫ້ເຫັນບັນດາສິດພື້ນຖານຂອງມະນຸດ ແລະ ຕິດພັນສິດທິມະນຸດກັບ ສິດຂອງຊາດ.

ດ້ວຍວິທີການສຳຜັດຖືມະນຸດເປັນໃຈກາງ, ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປົກປ້ອງ ແລະ ປະຕິຮູບການຫາເງິນລ້ຽງຊີບຂອງປະຊາຊົນ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຜ່ານການພັດທະນາ, ພ້ອມທັງຮັບປະກັນການພັດທະນາເພື່ອປະຊາຊົນ, ໂດຍປະຊາຊົນ. ຫວຽດນາມ ມີຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນການສ້າງລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ, ປັບປຸງ, ຍົກສູງລະບົບກົດໝາຍ ວ່າດ້ວຍສິດທິມະນຸດ. ການຮັບຮອງເອົາລັດຖະທຳມະນູດ ປີ 2013 ດ້ວຍພາກທີ່ມີຊື່ວ່າ “ສິດທິມະນຸດ, ສິດ ແລະ ພັນທະຂອງພົນລະເມືອງ” ຫຼັງຈາກນັ້ນ 4 ປີ, ຫວຽດນາມ ໄດ້ຮັບຮອງເອົາເອກະສານນິຕິກຳ ກ່ວາ 90 ສະບັບທີ່ກ່ຽວຂ້ອງສິດທິມະນຸດ ໂດຍໄດ້ສ້າງກອບນິຕິກຳທີ່ສຳຄັນໃຫ້ແກ່ການຮັບປະກັນສິດທິມະນຸດ, ສິດພົນລະເມືອງໃນຕົວຈິງ.

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ

(VOVWORLD) - ການປະຕິບັດມະຕິເລກທີ 66 ໃນໄລຍະຜ່ານມາ ໄດ້ມີບາດກ້າວຫັນປ່ຽນຢ່າງເຫັນໄດ້ຊັດໃນການສ້າງ, ເຮັດສຳເລັດລະບອບລະບຽບການ, ກົດໝາຍໃຫ້ສົມບູນ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດ, ແຕ່ນີ້ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນ.

Top