• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມແລ້ວ​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ

ນັບແຕ່ເວລາກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ຫວຽດນາມ ຍາມໃດກໍ່ສະແດງຄວາມປາດຖະໜາຢາກເປັນເພື່ອນມິດກັບທຸກປະເທດ ແລະ ພ້ອມແລ້ວປະຕິບັດໜ້າທີ່ສາກົນ ຄືເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສະຫະປະຊາຊາດ ແລະ ຫາກໍ່ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວກກີ.
  ຄະນະກູ້ໄພກູ້ຊີບ ກະຊວງຕຳຫຼວດ ຫວຽດນາມ ກັບຄືນປະເທດ   

ຫວຽດນາມ ຍາມໃດກໍ່ພ້ອມແລ້ວປະຕິບັດໜ້າທີ່ສາກົນທ່ານ Saadi Salama ເອກອັກຄະລັດຖະທູດ ປາເຣສຕິນ ປະຈຳ ຫວຽດນາມ, ຫົວໜ້າຄະນະການທູດຢູ່ ຫວຽດນາມ, ເນັ້ນໜັກສິ່ງດັ່ງກ່າວ ເມື່ອຕອບສຳພາດ ສຳນັກຂ່າວສານ ຫວຽດນາມ ເມື່ອວັນທີ 20 ກຸມພາ ກ່ຽວກັບບັນດາການປະກອບສ່ວນ ຂອງ ຫວຽດນາມ ໃນການປະຕິບັດໜ້າທີ່ມະນຸດສະທຳສາກົນ. ທ່ານເອກອັກຄະລັດຖະທູດ Saadi Salama ກ່າວວ່າ: ນັບແຕ່ເວລາກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໄດ້ມີການປ່ຽນແປງຫຼາຍພໍສົມຄວນ. ຫວຽດນາມ ຍາມໃດກໍ່ສະແດງຄວາມປາດຖະໜາຢາກເປັນເພື່ອນມິດກັບທຸກປະເທດ ແລະ ພ້ອມແລ້ວປະຕິບັດໜ້າທີ່ສາກົນ ຄືເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບ ສະຫະປະຊາຊາດ ແລະ ຫາກໍ່ເຂົ້າຮ່ວມການກູ້ໄພກູ້ຊີບຢູ່ ຕວກກີ. ນີ້ແມ່ນຫຼັກຖານສະແດງເຖິງນ້ຳໃຈ, ຄວາມເປັນມະນຸດສະທຳຂອງປະຊາຊົນ ຫວຽດນາມ ຕໍ່ກັບປະຊາຊົນບັນດາປະເທດ ໃນໂລກ, ພ້ອມກັນນັ້ນກໍ່ເປັນການໃຫ້ຄຳໝັ້ນສັນຍາເຊິ່ງກັນ ແລະ ກັນ ຊຸກຍູ້ບັນດາການພົວພັນມິດຕະພາບ ເພື່ອພ້ອມກັນສ້າງອານາຄົດອັນດີງາມ ບໍ່ພຽງແຕ່ໃຫ້ປະຊາຊົນ ຫວຽດນາມ ເທົ່ານັ້ນ, ຫາກຍັງໃຫ້ທົ່ວໂລກອີກດ້ວຍ. ການມີໜ້າຂອງບັນດານັກຮົບ ຫວຽດນາມ ຢູ່ຕວກກີ ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບອັນຍິ່ງໃຫ່ຍ ດ້ວຍໜ້າທີມະນຸດສະທຳສາກົນ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top