• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ

ຕອນບ່າຍວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະສະມາຊິກລັດຖະສະພາ ອາເມລິກາ ໂດຍທ່ານ Jeff Merkley ສະມາຊິກສະພາສູງເປັນຫົວໜ້າຄະນະທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນ ວ່າຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: qdnd.vn)

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມມີຄວາມຫວັງຢາກຊຸກຍູ້ການພົວພັນຄູ່ຮ່ວມມືກັບ ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະ ລະບອບການເມືອງຂອງກັນ, ເພື່ອນຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສະເໜີບັນດາສະມາຊິກລັດຖະສະພາອາເມລິກາ ມີຄວາມເອົາໃຈໃສ່, ຊຸກຍູ້ເພື່ອໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນການຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດຕາມເອກະສານ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມ.

ສ່ວນທ່ານ Jeff Merkley ຢັ້ງຢືນຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ໃນນັ້ນມີຄວາມສົນໃຈເປັນພິເສດເຖິງຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ບົນພື້ນຖານສືບທອດບັນດາມໍລະດົກເຊິ່ງບັນດາສະມາຊິກສະພາສູງໃນເມື່ອກ່ອນຂອງອາເມລິກາປະໄວ້ໃຫ້.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top