• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ ອ​າກ​ຊັງ​ຕິນ ເປັນ​ສຳ​ຄັນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຕີລາຄາສູງການເຕີບໂຕຢ່າງຕັ້ງໜ້າຂອງການພົວພັນການຄ້າສອງຝ່າຍໃນປີ 2021 ທີ່ບັນລຸໄດ້ 4,5 ຕື້ USD, ອາກຊັງຕິນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ອາເມລິກາລາຕິນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອາກຊັງຕິນ ສ້າງຄວາມສະດວກໃນການສຳຜັດຕະຫຼາດໃຫ້ສິນຄ້າທີ່ເປັນທ່າແຮງຂອງ ຫວຽດນາມ ພິເສດແມ່ນຜະລິດຕະພັນກະເສດ, ເຄື່ອງປາຂອງດົ່ງ, ສິນໃນນ້ຳ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Santiago Andres Cafiero ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ  ອາກຊັງຕິນ (ພາບ: TTXVN)

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Santiago Andres Cafiero ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ  ອາກຊັງຕິນ, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 9 – 11 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານກັບ  ອາກຊັງຕິນ ເປັນສຳຄັນ, ຍາມໃດກໍ່ຈາລຶກນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອໂດຍ ອາກຊັງຕິນ ສະຫງວນໃຫ້ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືພາລະກິດແຫ່ງການສ້າງສາປະເທດຊາດໃນປັດຈຸບັນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຕີລາຄາສູງການເຕີບໂຕຢ່າງຕັ້ງໜ້າຂອງການພົວພັນການຄ້າສອງຝ່າຍໃນປີ 2021 ທີ່ບັນລຸໄດ້ 4,5 ຕື້ USD,  ອາກຊັງຕິນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ຢູ່ອາເມລິກາລາຕິນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້  ອາກຊັງຕິນ ສ້າງຄວາມສະດວກໃນການສຳຜັດຕະຫຼາດໃຫ້ສິນຄ້າທີ່ເປັນທ່າແຮງຂອງ ຫວຽດນາມ ພິເສດແມ່ນຜະລິດຕະພັນກະເສດ, ເຄື່ອງປາຂອງດົ່ງ, ສິນໃນນ້ຳ.

ສ່ວນທ່ານ Santiago Andres Cafiero ໄດ້ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ຜົນສຳເລັດຂອງໂຄງການພັດທະນາຟື້ນຟູເສດຖະກິດ - ສັງຄົມຫຼັງໂຄວິດ - 19, ການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັບປະກັນການໜູນຊ່ວຍສັງຄົມ ແລະ ພັດທະນາແບບຍືນຍົງຂອງ ຫວຽດນາມ. ທ່ານກໍ່ຢັ້ງຢືນວ່າ ລັດຖະບານ  ອາກຊັງຕິນ ຖືເປັນສຳຄັນບົດບາດ, ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ສາກົນ, ຫວັງວ່າຈະນຳການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

          ແລະກໍ່ໃນວັນດຽວກັນ, ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ  ອາກຊັງຕິນ Santiago Andres Cafiero ໄດ້ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ. ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ພ້ອມກັນແລກປ່ຽນ, ເຫັນດີເປັນເອກະພາບບັນດາທິດທາງ, ມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ -  ອາກຊັງຕິນ, ກໍ່ຄືແລກປ່ຽນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ຄະນະກຳມະການແມ່ນ້ຳຂອງສາກົນ ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໃນວັນທີ 5 ເມສາ 2023

Top