• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຂົວ​ເຊື່ອມ​ຕໍ່ຊຸກ​ຍູ້​ການ​ຮ່ວມ​ມື ອາ​ຊຽນ-ມາ​ຣົກ

ທ່ານນາງ ດັ້ງຖິທູຫ່າ ກໍ່ຢືນຢັນວ່າ ຄະນະກຳມະການ ອາຊຽນ ປະຈຳ ມາຣົກ ຈະສືບຕໍ່ ແລະ ເປັນຂົວເຊື່ອມຕໍ່ປະກອບສ່ວນ ນຳເອົາການພົວພັນຮ່ວມມືໃນບັນດາຂົງເຂດ ລະຫວ່າງ ມາຣົກ ແລະ ອາຊຽນ ໃຫ້ພັດທະນານັບມື້ນັບເຂົັ້ມແຂງ ໃນໄລຍະທີ່ຈະມາເຖິງ.
  ການສຳມະນາ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ" (ພາບ: ສະຖານທູດ ຫວຽດນາມ ປະຈຳມາຣົກ)  
ວັນທີ 28 ກຸມພາ, ຢູ່ນະຄອນ Casablanca, ມາຣົກ, ຄະນະກຳມະການອາຊຽນ ຢູ່ ຣາບັດ, ໄດ້ສົມທົບກັບ ມະຫາວິທະຍາໄລຄຸ້ມຄອງເສດຖະກິດ ມາຣົກ ESCA ແລະ ສູນຄົ້ນຄວ້າຍຸດທະສາດທ້ອງຖີ່ນ ATLANTIS, ຈັດຕັ້ງການສຳມະນາ “ອາຊຽນ, ຮູບແບບການຮ່ວມມືພາກພື້ນ”. ຢູ່ທີ່ການສຳມະນາ, ທ່ານນາງ ດັ້ງຖິທູຫ່າ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາຣົກ, ປະທານຄະນະກຳມະການ ອາຊຽນ ຢູ່ ມາຣົກ, ເນັ້ນໜັກວ່າພາຍຫຼັງ ການສ້າງຕັ້ງ ແລະ ພັດທະນາເປັນເວລາກ່ວາ 55 ປີ, ປະຈຸບັນ ອາຊຽນ ເປັນຄູ່ຮ່ວມມືທີ່ສຳຄັນ ຂອງຫຼາຍອົງການສາກົນ ແລະ ປະເທດມະຫາອຳນາດໃນໂລກ, ໃນນັ້ນມີ ອາຟິກກາ. ພ້ອມກັນນັ້ນ ທ່ານນາງ ດັ້ງຖິທູຫ່າ ກໍ່ຢືນຢັນວ່າ ຄະນະກຳມະການ ອາຊຽນ ປະຈຳ ມາຣົກ ຈະສືບຕໍ່ ແລະ ເປັນຂົວເຊື່ອມຕໍ່ປະກອບສ່ວນ ນຳເອົາການພົວພັນຮ່ວມມືໃນບັນດາຂົງເຂດ ລະຫວ່າງ ມາຣົກ ແລະ ອາຊຽນ ໃຫ້ພັດທະນານັບມື້ນັບເຂົັ້ມແຂງ ໃນໄລຍະທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ ແລະ ອີ​ຢູ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ

ວັນທີ 24 ພະຈິກ, ຢູ່ສຳນັກງານອົງການພົວພັນຕ່າງປະເທດ ສະຫະພາບເອີຣົບ (EEAS) ຢູ່ ບຣຸກແຊັນ, ປະເທດ ແບນຊິກ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານນາງ Paola Pampaloni ຮັກສາການກົມໃຫຍ່ ອາຊີ - ປາຊີຟິກຂອງ EEAS ໄດ້ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (EU) ແນໃສ່ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - EU (PCA).

Top