• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ​້າ​ທີ່​ຂັ້ນ​ສູງ ອາຊຽນ + 3 ແລະ ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມຂັ້ນ​ສູງ ອາ​ຊີ​ຕາ​ເວັນ​ອອກ

ຕາມແຜນການແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະເລີ່ມມີບັນດາການເຄື່ອນໄຫວຢ່າງເປັນທາງການແຕ່ຕອນຄ່ຳວັນທີ 30 ກໍລະກົດ ແລະ ກອງປະຊຸມ AMM-52 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ກໍລະກົດ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ໂດຍສືບຕໍ່ບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 30 ກໍລະກົດ, ຢູ່ບາງກອກ, ປະເທດໄທບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ + 3 (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ແລະ ບັນດາເຈົ້າໜ້າທີ່ຂັ້ນສູງບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ໄດ້ປະຊຸມເພື່ອກວດກາຄືນໃໝ່, ການປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 3 ຄັ້ງທີ 20 ແລະ ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມຂັ້ນສູງ ອາຊີຕາເວັນອອກຄັ້ງທີ 9 ເຊິ່ງຈະດຳເນີນໃນວັນທີ 2 ສິງຫາ. ທ່ານ ຫງວຽນກ໊ວກຢຸ໊ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.

        ທີ່ກອງປະຊຸມ, ບັນດາເຈົ້າໜ້າທີຂັ້ນສູງບັນດາປະເທດ ອາຊຽນ +3 ແລະ EAS ໄດ້ອັບເດດສະພາບການຜັນຂະຫຍາຍການຮ່ວມມືຕາມແຜນການປະຕິບັດວຽກງານ ASEAN +3 ແລະ ໂຄງການດຳເນີນງານ Manila (2018 -2022), ກວດກາຄືນຄວາມຄືບໜ້າການຮຽບຮຽງເອກະສານນອນໃນຂອບເຂດ ASEAN + 3 ແລະ EAS ເພື່ອຍື່ນສະເໜີຕໍ່ບັນດາກອງປະຊຸມຂັ້ນສູງທ້າຍປີ ແລະ ແລກປ່ຽນທິດທາງຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄືການຮ່ວມມືທາງທະເລ, ການປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ຄວາມປອດໄພດ້ານອິນເຕີແນັດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ…

        ຕາມແຜນການແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ຈະເລີ່ມມີບັນດາການເຄື່ອນໄຫວຢ່າງເປັນທາງການແຕ່ຕອນຄ່ຳວັນທີ 30 ກໍລະກົດ ແລະ ກອງປະຊຸມ AMM-52 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 31 ກໍລະກົດ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top