ຂ່າວສານ
ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍຢູ່ ສາທາລະນະລັດ ປະຊາທິປະໄຕ ອາບຟຼິກກາກາງ ເຄົາລົບບັນດາຄຳໝັ້ນສັນຍາສັນຕິພາບ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ
ມາຮອດປັດຈຸບັນ ໄດ້ມີ ຜູ້ສະຫມັກເລືອກຄັ້ງ 16 ຄົນ ພວມເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີ. ການຈົດທະບຽນຜູ້ມີສິດເລືອກຄັ້ງໄດ້ປະຕິບັດສຳເລັດແລ້ວ ແລະ ຄາດວ່າ ການເລືອກຕັ້ງຈະດຳເນີນໄປຖືກກັບຈຸດເວລາທີ່ວາງອອກໃນທ້າຍເດືອນທັນວາ. ເຖິງຢ່າງໃດກໍ່ຕາມ, ສະພາບຄວາມໝັ້ນຄົງ ຢູ່ ສາທາລະນະລັດ ອາບຟຼິກກາກາງຍັງສືບຕໍ່ມີການຜັນແປທີ່ຮ້າຍແຮງກ່ວາ ດ້ວຍເລື່ອງບັນດາກຸ່ມປະກອບອາວຸດໄດ້ລະເມີດຂໍ້ຕົກລົງສັນຕິພາບຢ່າງຕໍ່ເນື່ອງ, ເຮັດໃຫ້ຂາດສະຖຽນລະພາບ ແລະ ກໍ່ຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນທ້ອງຖິ່ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາຄວາມສົນໃຈລວມຂອງ ສປຊ ໃນການຕ້ອງຮັກສາສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິວັດການເລືອກຕັ້ງ ແລະ ຕ້ອງປະຕິບັດຂໍ້ຕົກລົງສັນຕິພາບຢ່າງເຂັ້ມງວດ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍ ສ.ອາບຟຼິກກາກາງ ແລະ ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນສຳຄັນຂອງບັນດາອົງການໃນພາກພື້ນຄື ສະຫະບອາບຟຼິກກາ, ປະຊາຄົມເສດຖະກິດ ອາບຟຼິກກາກາງ, ກໍ່ຄືບັນດາຄູ່ຮ່ວມມືສາກົນ ຕໍ່ສັນຕິພາບ ແລະ ສະຖຽນລະພາບ ຢູ່ ສ.ອາບຟຼິກກາກາງ.
(ແຫຼ່ງຄັດຈາກ VOV)