• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມເປີດ​ບັນ​ດາ​ບໍ​ລິ​ການ​, ດຳ​ເນີນທຸ​ລະ​ກິດ​ທີ່​ຈຳ​ເປັນ​ຄືນ​ໃໝ່ ນອກ​ເໜືອຮ້ານ​ເທັກ, ຮ້ານ Bar, ຮ​້ານ Karaoke

"ມີສານສະບັບໃໝ່ ນັ້ນແມ່ນປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ກັບຄືນສູ່ສະພາບການເປັນປົກກະຕິໃນການດຳລົງຊີວິດ ແລະ ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ ກໍ່ຄ່ອຍໆກັບຄືນສູ່ສະພາບປົກກະຕິ, ບົນເນື້ອໃນຈິດໃຈແມ່ນຍູ້ແຮງການຟື້ນຟູເສດຖະກິດ, ສ້າງສາປະເທດຊາດ, ຖືນີ້ແມ່ນໜ້າທີ່ບຸລິມະສິດສຳຄັນ, ຕ້ອງສຸມໃສ່ຢູ່ທຸກຂັ້ນ, ທຸກຂະແໜງການ. ແຕ່ຫ້າມບໍ່ໃຫ້ປະມາດ, ຖືເບົາ Covid  19"


ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ຕອນເຊົ້າວັນທີ 7 ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ສິ່ງທີ່ເປັນໜ້າຊື່ນຊົມແມ່ນ ທົ່ວປະເທດໄດ້ພວມຢູ່ໃນກຸ່ມທີ່ມີຄວາມສ່ຽງຕ່ຳ, ຊ້ຳບໍ່ໜຳ ມີຄວາມສ່ຽງຕ່ຳທີ່ສຸດສຳລັບໂລກລະບາດ Covid -19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

ມີສານສະບັບໃໝ່ ນັ້ນແມ່ນປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ກັບຄືນສູ່ສະພາບການເປັນປົກກະຕິໃນການດຳລົງຊີວິດ ແລະ ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມ ກໍ່ຄ່ອຍໆກັບຄືນສູ່ສະພາບປົກກະຕິ, ບົນເນື້ອໃນຈິດໃຈແມ່ນຍູ້ແຮງການຟື້ນຟູເສດຖະກິດ, ສ້າງສາປະເທດຊາດ, ຖືນີ້ແມ່ນໜ້າທີ່ບຸລິມະສິດສຳຄັນ, ຕ້ອງສຸມໃສ່ຢູ່ທຸກຂັ້ນ, ທຸກຂະແໜງການ. ແຕ່ຫ້າມບໍ່ໃຫ້ປະມາດ, ຖືເບົາ Covid  19

ບົນພື້ນຖານການສະເໜີຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ກໍ່ເຫັນດີໃຫ້ເປີດປະຕູການດຳເນີນທຸລະກິດ, ການບໍລິການບາງປະເພດຄືນໃໝ່,  ນອກເໜືອແຕ່ ຮ້ານເທັກ, ຮ້ານ Bar, ຮ້ານ Karaoke.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top