• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມຢັ້ງຢືນ​ມີ​ຜູ້​ຕິດ​ເຊື້​ອ​ພະ​ຍາດ Covid – 19 ຄົນໃໝ່​ຕື່​ມ​ອີກ 11 ຄົນ

ຕອນຄ່ຳວັນທີ 24 ມີນາ, ກະຊວງສາທາລະນະສຸກໄດ້ປະກາດວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 11 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຂຶ້ນເຖິງ 134 ຄົນ.

ບັນດາພະນັກງານຢູ່ເຂດແຍກຕົວຢູ່ນະຄອນໂຮ່ຈີມິນ (ພາບ: tuoitre.vn) 

ຢູ່ພາກເໜືອ, ຫ໋າຍຝ່ອງແລະຮ່າໂນ້ຍໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 2 ຄົນເຊິ່ງແມ່ນນັກສຶກສາທີ່ພວມຮຽນຢູ່ອັງກິດ.

ກໍລະນີຕິດເຊື້ອພະຍາດ Covid – 19 ຜູ້ທີ 130, 131 ແລະ 132 ລ້ວນແຕ່ແມ່ນແຂກທ່ອງທ່ຽວມາຈາກແອັດສະປາຍ, ຜ່ານແດນລັດເຊຍແລະເຂົ້າເມືອງຫວຽດນາມຕໍ່ ຢູ່ສະໜາມບິນໂນ້ຍບ່າຍໃນວັນທີ 22 ມີນາໃນຖ້ຽວບິນ SU290. ປັດຈຸບັນ, ທັງ 3 ຄົນໄດ້ແຍກຕົວປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ຮາກຖານດົງແອັງແລະມີສຸຂະພາບເປັນປົກກະຕິ

ຜູ້ຕິດເຊື້ອພະຍາດ Covid – 19 ທີ 133 (ເພດ:ຍິງ, ອາຍຸ: 66 ປີ), ຢູ່ລາຍເຈົາ, ໄດ້ຮັບການປິ່ນປົວຢູ່ໂຮງໝໍແບັກມາຍໃນເດືອນມີນາ, ມີອາກາດເປັນໄຂ້.

ຜູ້ຕິດເຊື້ອພະຍາດ Covid – 19 ທີ 134 (ເພດ: ຊາຍ, ອາຍຸ 10 ປີ), ຢູ່ຮ່າໂນ້ຍ, ແມ່ນແຂກທ່ອງທ່ຽວຕ່າງປະເທດ, ເຂົ້າເມືອງຫວຽດນາມຢູ່ສະໜາມບິນໂນ້ຍບ່າຍໃນວັນທີ 18 ມີນາໃນຖ້ຽວບິນ SU290. ປັດຈຸບັນ, ບັນດາຄົນເຈັບມີອາການສຸຂະພາບ ແລະ ພວມໄດ້ຮັບການແຍກຕົວປິ່ນປົວ.

ມາຮອດປັດຈຸບັນ, ໃນຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 134 ຄົນຢູ່ຫວຽດນາມ, ມີ 17 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລະອອກໂຮງໝໍແລ້ວ.

ໃນສະພາບການໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ມານະພະຍາຍາມຍົກອອກບັນດາວິທີການແກ້ໄຂຢ່າງບໍ່ຢຸດຢັ້ງເພື່ອແນໃສ່ສະກັດກັ້ນ, ຕໍ່ສູ້ກັບໂລກລະບາດ. ທີ່ກອງປະຊຸມທາງອອນລາຍຂອງຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງນະຄອນໂຮ່ຈີມິນໃນຕອນບ່າຍວັນທີ 24 ມີນາ, ທ່ານຫງວຽນຖ້ຽນເຍິນເລຂາ ຄະນະພັກນະຄອນໂຮ່ຈີມິນໄດ້ຮຽກຮ້ອງໃຫ້ເປັນຈິດໜຶ່ງໃຈດຽວກັນ, ມີການເຂົ້າຮ່ວມການປ້ອງກັນ,ສະກັດກັ້ນໂລກລະບາດ Covid – 19 ຂອງບັນດາອົງການ, ຫົວໜ່ວຍແລະປະຊາຊົນ. ທ່ານກ່າວວ່າ:

ໃນ 2 ອາທິດຈະມາເຖິງນະຄອນຕ້ອງມີວິຖີຊີວິດແບບໃໝ່ປະຢັດກ່ວາມີການເຄື່ອນຍ້າຍໄປ - ມາໜ້ອຍກ່ວາອີກ… ເພື່ອພ້ອມກັບທົ່ວປະເທດ ປະກອບສ່ວນຕາມຄວາມຮຽກຮ້ອງຕ້ອງການໃໝ່ປະກອບສ່ວນພ້ອມກັບປະເທເພື່ອບໍ່ປະໃຫ້ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກວ່າ 500 ຄົນໃນ 2 ອາທິດຈະມາເຖິງຍິ່ງຫ່າງໄກຈາກລະດັບການກຳນົດມີຜູ້ຕິດເຊື້ອພະຍາດ Covid -19 1000 ຄົນກໍ່ຍິ່ງດີແຕ່ລະຄົນຕ້ອງປະກອບສ່ວນກຳລັງເຫື່ອແຮງຈິດໃຈ, ຕ້ອງຮ່ຳຮຽນເອົາປະສົບການຈາກປະເທດອື່ນເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກຄືແນວໃດກໍບໍ່ປະໃຫ້ຕົກເຂົ້າສູ່ສະພາບຈົນຕາແຈ. ຖ້າວ່າພວກເຮົາມີການຄາດຄະເນດີນັ້ນພວກເຮົາຈະບໍ່ຕົກເຂົ້າສູ່ສະພາບຈົນຕາແຈ, ແຕ່ຖ້າພວກເຮົາມີການຄາດຄະເນບໍ່ດີ, ປະໝາດ, ປະຊາຊົນບໍ່ເປັນເຈົ້າການນັ້ນ ແມ່ນຈະຕົກເຂົ້າສູ່ສະພາບຈົນຕາແຈແລະເສຍຜົນປະໂຫຍດເປັນເວລາດົນນານ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top