
ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)
ໃນບົດກ່າວປາໄສລວມຂອງ ອາຊຽນ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ, ອົງການການຄ້າໂລກ (WTO) ແລະບັນດາອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ໄດ້ຢັ້ງຢືນວ່າ ໃນສະພາບການໂລກລະບາດໂຄວິດ - 19 ແລະ ການຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ, ບັນດາປະເທດ ອາຊຽນ ໄດ້ໃຫ້ບຸລິມະສິດຊຸກຍູ້ການຫັນໄປສູ່ເຕັກໂນໂລຢີ ດີຈີຕອນ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ. ພ້ອມທັງເນັ້ນໜັກວ່າ: ຫວຽດນາມ ປາດຖະໜາ ແລະ ເຊື່ອໝັ້ນວ່າ ອົງການ WIPO ຈະສືບຕໍ່ບັນລຸໄດ້ຄວາມຄືບໜ້າໃນການເພີ່ມທະວີລະບົບຫຼັກການຊັບສິນທາງປັນຍາ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງການຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ການປະຕິບັດໂຄງການພັດທະນາຂອງ WIPO ເພື່ອຜົນປະໂຫຍດຂອງບັນດາປະເທດສະມາຊິກ.
(ແຫຼ່ງຄັດຈາກ VOV)