• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໜູນຊ່ວຍ ພັກ,ລັດ ແລະ ປະຊາຊົນ ລາວ ຈຳນວນເງິນ 500.000 USDເພື່ອຮັບມືກັບໂລກລະບາດໂຄວິດ 19

      ນອກຈາກບ້ວງເງິນຫນູນຊ່ວຍ 500.00 USD, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບເຮັ່ງແບ່ງເບົາບົດຮຽນການຄວບຄຸມໂລກລະບາດໃຫ້ ລາວ, ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງເພື່ອນລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.
ປະຊາຊົນລາວລໍຖ້າຈົດທະບຽນສັກວັກຊິນກັນໂຄວິດ - 19 ຢູ່ ລາວ (ພາບ: TTXVN)
      ຕໍ່ຫນ້າການຜັນແປສັບສົນຂອງໂຄວິດ 19 ຢູ່ ລາວ, ວັນທີ 30 ເມສາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ແຈ້ງໃຫ້ຊາບບ້ວງເງິນຫນູນຊ່ວຍດ່ວນ 500.000 USD ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມຊ່ວຍເຫລືອ ພັກ, ລັດ ແລະ ປະຊາຊົນ ລາວເພື່ອຮັບມືກັບການແຜ່ລະບາດຮອບໃຫມ່ຂອງໂຄວິດ 19.
ໃນສານຢື້ຢາມຖາມຂ່າວ: ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕີລາຄາສູງບັນດາມາດຕະການ ປ້ອງກັນ ຕ້ານໂລກລະບາດຢ່າງຂ້ຽວຂາດ ຊື່ງລັດຖະບານ ລາວ ໄດ້ຜັນຂະຫຍາຍ ພ້ອມທັງສະແດງການແບ່ງເບົາ, ເຫັນອົກເຫັນໃຈຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊື່ງ ລາວ ພວມປະເຊີນຫນ້າ. ນອກຈາກບ້ວງເງິນຫນູນຊ່ວຍ 500.00 USD, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບເຮັ່ງແບ່ງເບົາບົດຮຽນການຄວບຄຸມໂລກລະບາດໃຫ້ ລາວ, ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງເພື່ອນລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ດ້ວຍຄວາມຕັດສິນໃຈ ແລະ ເປັນຈິດຫນຶ່ງໃຈດຽວໃນການປ້ອງກັນສະກັດກັ້ນໂລກລະບາດ ຂອງບັນດາອົງການກ່ຽວຂ້ອງ ແລະປະຊາຊົນທຸກຖ້ວນຫນ້າ, ປະເທດລາວ ແລະ ປະຊາຊົນລາວ ອ້າຍນ້ອງ ຈະຄວບຄຸມໂລກລະບາດໂຄວິດ 19 ໄດ້ໂດຍໄວ, ຟື້ນຟູເສດຖະກິດ ສັງຄົມ ແລະ ສືບຕໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.
(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top