• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໄດ້ຮັບເລືອກເປັນ ສະມາຊິກ ບໍ່ຖາວອນ ຂອງ ສະພາຄວາມໝັ້້ນຄົງ ສະຫະປະຊາຊາດ ດ້ວຍຄະແນນສຽງສ່ວນຫຼາຍ

ຕາມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ຢູ່ ສະຫະປະຊາຊາດ, ຕອນຄໍ່າວັນທີ 7 ມິຖຸນາ 2019 (ຕາມ ເວລາ ຫວຽດນາມ), ປະທານສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ປະກາດວ່າ ຫວຽດນາມ ກາຍເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020-2021 ຢ່າງເປັນທາງການ.


ບັນຍາກາດກອງປະຊຸມຂອງ ສະພາຄວາມໝັ້້ນຄົງ ສປຊ,  ພິຈາລະນາກ່ຽວກັບການດັດແປງວິທີການ ເຄື່ອນໄຫວ ຂອງ ສະພາຄວາມໝັ້້ນຄົງ ສປຊ  ທີ່ນະຄອນ ນິວຢອກ, ສ ອາເມລິກາ ໃນວັນທີ 6 ມິຖຸນາ 2019. ພາບ: Xinhua/VNA

ຄະນະ ຜູ້ແທນຫວຽດນາມ ນໍາໂດຍຮອງລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ສະແດງ ຄວາມດີໃຈຫຼັງຈາກ ຫວຽດນາມ ໄດ້ກາຍເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາ ຊາດ ອາຍຸການ 2020-2021 ຢ່າງເປັນທາງການ. ພາບ: Xinhua/VNA
ຜົນ ຂອງ ການປ່ອນບັດເລືອກຕັ້ງ, ມີທັງໝົດ 192/193 ປະເທດ ແລະ ເຂດແຄວ້ນຕ່າງໆ ທີ່ເປັນສະມາຊິກ ຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ໃຫ້ການສະໜັບສະໜູນ ຫວຽດນາມ ກາຍເປັນສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາ ຊາດ ອາຍຸການ 2020-2021.

ການທີ່ຫວຽດນາມ ໄດ້ຮັບຈຳນວນບັດສະໜັບສະໜູນ ຢ່າງຫຼວງຫຼາຍ ແມ່ນຕອບສະໜອງໄດ້ຄວາມມຸ່ງຫວັງ ຂອງ ປະຊາຊົນ ຫວຽດນາມ,  ພ້ອມດຽວກັນກໍ່ສະແດງໃຫ້້ເຫັນການ ປະກອບສ່ວນຢ່າງຕັ້ງໜ້າ, ຕົວຈິງ, ມີ ຄວາມຮັບ ຜິດຊອບຂອງ ຫວຽດນາມ ໃຫ້ແກ່ສະຫະປະຊາຊາດ ເວົ້າລວມ,  ໂດຍສະເພາະ ແມ່ນໃຫ້ ສະພາ ຄວາມໝັ້້ນຄົງ ໃນຫຼາຍປີຜ່ານມາ.

ນີ້ແມ່ນເທື່ອທີ 2, ຫວຽດນາມ ໄດ້ຮັບເລືອກເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະຊາ ຊາດ, ເທື່ອທຳອິດ ແມ່ນອາຍຸ ການ 2008-2009. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດ ສຸດຄວາມສາມາດຂອງຕົນ ເພື່ອສຳເລັດໜ້າທີ່ເປັນ ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້້ນຄົງ ສະຫະປະ ຊາຊາດ ສົມກັບຄວາມໄວ້ວາງໃຈ ຂອງ ວົງຄະນາຍາດສາກົນ.


ປະຕິບັດ: VNA/VNP
 

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.

Top