• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ...

    

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃນວັນທີ 12 ກໍລະກົດ, ແລະ ມອບຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໃຫ້ຄຳຕອບກ່ຽວກັບຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບການສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - ສປຊ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ພ້ອມນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຂອບອົກຂອບໃຈຕໍ່ການສະໜັບສະໜູນຂອງ ສປຊ ກໍ່ຄືໃນນາມສ່ວນຕົວຂອງທ່ານເລຂາທິການໃຫຍ່ ສປຊ ໃນການໜູນຊ່ວຍ ຫວຽດນາມ, ໃນນັ້ນມີການສ້າງຕັ້ງການພົວພັນຄູ່ຮ່ວມມືກັບບັນດາປະເທດ ຈີ7 ກ່ຽວກັບການຫັນປ່ຽນພະລັງງານ.

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ແລະ ແບ່ງປັນບັນດາສິ່ງທ້າທາຍເຊິ່ງ ຫວຽດນາມ ແລະ ບັນດາປະເທດພວມພັດທະນາຕ້ອງປະເຊີນໜ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ Antonio Guterres  ເນັ້ນໜັກວ່າ, ສປຊ ແລະ ຕົວທ່ານເອງ ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນາການນີ້.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top