• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ບົດບາດຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ

ວັນທີ 08 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປະຈຳໄລຍະ 6 ເດືອນ ກ່ຽວກັບວຽກງານຂອງກົນໄກແກ້ໄຂບັນດາກໍລະນີທີ່ຍັງຄົງຄ້າງຂອງບັນດາສານສາກົນ (ເອີ້ນຫຍໍ້ວ່າ ກົນໄກ).
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງກົນໄກ ໃນການຜັນຂະຫຍາຍມາດຕະການປະຕິບັດມະຕິເລກທີ 2529 (2020) ຂອງສະພາຄວາມໝັ້ນຄົງ, ສະໜັບສະໜູນການພິພາກສາຖືກກຳນົດເວລາ, ປະຕິບັດວິໄສທັດສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບກົນໄກມີ “ຂອບຂະໜາດໜ້ອຍ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຊົ່ວຄາວດ້ວຍກົນໄກ ແລະ ພາລະໜ້າທີ່ຄ່ອຍໆຫຼຸດລົງຕາມການເວລາ”. ທ່ານ ດັ້ງດິ່ງກຸຍ, ເນັ້ນໜັກວ່າ ປະເທດຊາດມີໜ້າທີ່ຄວາມຮັບຜິດຊອບແຖວໜ້າໃນການຟ້ອງສານ, ພິພາກສາໂທດກຳສາກົນທີ່ຮ້າຍແຮງ ແລະ ສະໜັບສະໜູນການຮ່ວມມື, ໜູນຊ່ວຍປະເທດປະຕິບັດສິດພິພາກສາ. ຫວຽດນາມ ຢືນຢັນຄຳໝັ້ນສັນຍາຊຸກຍູ້ບົດບາດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

        ເດືອນ ມິຖຸນາ 2020, ດ້ວຍການປະສານງານຂອງຫວຽດນາມ, ສະພາຄວາມໝັ້ນຄົງໄດ້ເຈລະຈາ ແລະ ຮັບຮອງເອົາມະຕິເລກທີ 2529 ກ່ຽວກັບການກວດກາການເຄື່ອນໄຫວຂອງກົນໄກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top