• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຮຸງກາຣີ ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບ

2 ຝ່າຍປາດຖະໜາຢາກໃຫ້ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ມີການເຄື່ອນໄຫວເພີ່ມທະວີການຮ່ວມມືຫຼາຍຢ່າງກວ່າອີກ.

2 ຝ່າຍປາດຖະໜາຢາກໃຫ້ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ມີການເຄື່ອນໄຫວເພີ່ມທະວີການຮ່ວມມືຫຼາຍຢ່າງກວ່າອີກ.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ Botz Laszlo

ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Budepest, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ Botz Laszlo.

        ທີ່ການຕ້ອນຮັບ, 2 ຝ່າຍປາດຖະໜາຢາກໃຫ້ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ມີການເຄື່ອນໄຫວເພີ່ມທະວີການຮ່ວມມືຫຼາຍຢ່າງກວ່າອີກ, ໂດຍສະເພາະແມ່ນໃນການແລກປ່ຽນຄະນະຜູ້ແທນ, ຍົກສູງຄວາມຮັບຮູ້ມະຫາຊົນ, ໂດຍສະເພາະແມ່ນໃນໄວໜຸ່ມກ່ຽວກັບການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ ຮຸງກາຣີ ສືບຕໍ່ຈັດການເຄື່ອນໄຫວດີງາມຫຼາຍຢ່າງກວ່າອີກ, ຮ່ວມມືກັບສະຖານທູດ ຫວຽດນາມ, ບັນດາອົງການຈັດຕັ້ງ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການເຄື່ອນໄຫວຕ່າງໆຢ່າງມີປະສິດທິຜົນ ນັບທັງຢູ່ ຮຸງກາຣີ ແລະ  ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຖືວ່າ ບັນດາໝາກຜົນກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດຍັງຈຳກັດຢູ່ເມື່ອທຽບໃສ່ການພົວພັນດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມື. ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ເສີມຂະຫຍາຍບົດບາດຕັ້ງໜ້າ, ດ້ວຍຫຼາຍຮູບຫຼາຍແບບທີ່ແທດຈິງອື່ນ ເພື່ອປະກອບສ່ວນຊຸກຍູ້ວິວັດທະນາການນັ້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top