• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ລົງນາມໃນເອກະສານຮ່ວມມືດ້ານພະລັງງານ

ບັນດາເອກະສານໄດ້ສຸມໃສ່ການຮ່ວມມືສະໜອງນ້ຳມັນດິບໃຫ້ແກ່ໂຮງານກັ່ນຕອງນ້ຳມັນ ຢຸງກວັດ; ຄົ້ນຄວ້າຄວາມສາມາດສະໜອງເຊື້ອເພີງຊີວະພາບ ethanol ຈາກ ອາເມລິກາ…
(ທີ່ພິທີລົງນາມ)

ຕອນບ່າຍວັນທີ 03 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມືລະຫວ່າງບໍລິສັດກັ່ນຕອງນ້ຳມັນ ບິ່ງເຊີນ ແລະ ບັນດາຄູ່ຮ່ວມມືພະລັງງານແຖວໜ້າຂອງ ອາເມລິກາ, ລວມມີ: ກຸ່ມບໍລິສັດ Chevron, Marquis Energy ແລະ ADM Asia-Pacific Trading.

        ບັນດາເອກະສານໄດ້ສຸມໃສ່ການຮ່ວມມືສະໜອງນ້ຳມັນດິບໃຫ້ແກ່ໂຮງງານກັ່ນຕອງນ້ຳມັນ ຢຸງກວັດ; ຄົ້ນຄວ້າຄວາມສາມາດສະໜອງເຊື້ອເພີງຊີວະພາບ ethanol ຈາກ ອາເມລິກາ… ທ່ານນາງ Barbara Harrison, ຮອງປະທານຜູ້ຮັບຜິດຊອບຝ່າຍສະໜອງ ແລະ ແລກປ່ຽນຄ້າຂາຍນ້ຳມັນດິບ, ກຸ່ມບໍລິສັດ Chevron, ໃຫ້ຮູ້ວ່າ:

          “ພວກຂ້າພະເຈົ້າປາດຖະໜາຢາກສືບຕໍ່ຮ່ວມມືໃນການສະໜອງນ້ຳມັນດິບທີ່ຜະລິດຢູ່ ອາເມລິກາ ກໍຄືບັນດາແຫຼ່ງນ້ຳມັນອື່ນ, ເພື່ອໜູນຊ່ວຍການຜະລິດພະລັງງານທີ່ປອດໄພ ແລະ ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາຢາກເພີ່ມປະລິມານ ແລະ ຫວັງວ່າ ຈະສາມາດບັນລຸລະດັບ 4  5 ລ້ານຖັງໃນປີຕໍ່ໄປ”.

        ພິທີລົງນາມດຳເນີນໄປໃນສະພາບ 2 ປະເທດພວມຍູ້ແຮງການເຈລະຈາສັນຍາການຄ້າສົມທົບຢ່າງຍຸດຕິທຳ ແລະ ດຸ່ນດ່ຽງ, ມຸ່ງໄປເຖິງການສ້າງຂອບເຂດການຮ່ວມມືດ້ານເສດຖະກິດ ການຄ້າທີ່ມີສະຖຽນລະພາບ, ຍາວນານໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

Top