• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາສືບຕໍ່ຮ່ວມມືແກ້ໄຂຜົນຮ້າຍຢ້ອນຈາກຫຼັງສົງຄາມ


(ການ​ໂອ້​ລົມ​ສົນ​ທະ​ນາ)
      ຕອນບ​່າຍ​ວັນ​ທີ 06/03, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຫວຽດ​ນາມ - ອາ​ເມ​ລິກ​າ (ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ) ໄດ້​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ “ຫວຽດ​ນ​າມ - ອາ​ເມ​ລິ​ກາ ຄູ່​ຮ່ວມ​ມື​ຮອບ​ດ້ານ: ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ທາດພິດ​ສີ​ສົ້ມ/ດີ​ໂອ​ຊິນ, ລູກ​ລະ​ເບ​ີດ ແລະ ​ທະ​ຫານ​ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ, ຫາຍ​ສາບ​ສູນ”.  ​ທີ່​ການ​ໂອ​້​ລົມ​ສົນ​ທະນາ, ທ່ານ ຫງວຽນ​ເຕີມ​ຈ໋ຽນ, ປະ​ທານ​ສະ​ມາ​ຄົມ​ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຮັບ​ຮູ້​​ອາ​ລົ​ມ​ຈິດ​ມິດ​ຕະ​ພາບ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​​​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ​ໃນ​ການ​ຊຸກ​ຍູ້ຮຳບາດ​ແ​ຜສົງ​ຄາມ​​ລະ​ຫວ່າງ 2 ປະ​ເທດໃນ​ໄລ​ຍະ​ຜ່ານ​ມາ. ສ່ວນ​ທ່ານ Chuck Searcy, ຮອງ​ປະ​ທານ​ອົງ​ການ​ທະ​ຫານ​ຜ່ານ​ເສິກອາ​ເມ​ລິກ​າ ເພື່ອ​ສັນ​ຕິ​ພາບ ແບ່ງ​ປັນ​ວ່າ: ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ຜູ້​ແທນ​ຄັ້ງ​ນີ້​ມີ​ບາງ​ຄົນ​ບໍ່​ແມ່ນ​ ທະ​ຫານ​ຜ່ານ​ເສິກ​ລ້ວນ​ແຕ່​ມີ​ຈຸດ​ໝາຍ​ລວມ​ແມ່ນ​ຄັດ​ຄ້ານ​ສົງ​ຄາມ, ຢາກຮຳບາດ​ແ​ຜ​ສົງ​ຄາມ, ຊຸກ​ຍູ້​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຂອງ 2 ປະ​ເທດ. ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ກໍ່​ປາດ​ຖະ​ໜາ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ວິ​ວັດ​ການ​ແກ້​ໄຂ​ບັນ​ຫາທາດພິດ​ສີ​ສົ້ມ/ດີ​ໂອ​ຊິນ ແລະ ລະ​ເບີດບໍ່​ທັນ​ແຕກພາຍ​ຫຼັງ​ສົງ​ຄາມ​ຢູ່​ຫວຽດ​ນາມ ແລະ ໃຫ້​ຮູ້​ວ່າ, ຈະ​ມີ​ບັນ​ດາ​ຂໍ້​ສະ​ເໜີ​ສະ​ໜັບ​ສະ​ໜູນ​ໃຫ້​ການ​ຕໍ່​ສູ້ເພື່ອ​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ໃຫ້​ບັນ​ດາ​ຜູ້​​ປະ​ສົບ​ເຄາະ​ຮ້າຍ​ຂ​ຈາກ​ທາດ​ພິດສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)
                                                                                            

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top