• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາຟຣິກາໃຕ້ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມື, ລົງທຶນ

ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນ, ການຮ່ວມມື, ການຄ້າ.

ຫວຽດນາມ ແລະ ອາຟຣິກາໃຕ້ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມື, ລົງທຶນ (ພາບ: TTXVN)


ໃນຂອບເຂດເວທີປາໄສຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາຟຣິກາໃຕ້ ຄັ້ງທີ 4, ວັນທີ 13 ມີນາ, ທີ່ສຳນັກງານຫ້ອງການການຄ້າ ແລະ ອຸດສາຫະກຳ (CCCI) Cape Town, ສະຖານທູດ ຫວຽດນາມ ປະຈຳ ອາຟຣິກາໃຕ້ ໄດ້ສົມທົບກັບອົງການການຄ້າ ຫວຽດນາມ ຈັດຕັ້ງກອງປະຊຸມໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາຟຣິກາໃຕ້ ແລະ ສົ່ງເສີມການຄ້າຢູ່ປະເທດ ອາຟຣິກາໃຕ້.

        ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານ ຫງວຽນກວັກເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຍົກອອກ 4 ສາຍເຫດຕົ້ນຕໍ ເພື່ອຊ່ວຍໃຫ້ ຫວຽດນາມ ກາຍເປັນສະຖານທີ່ທີ່ດູດດື່ມຂອງບັນດານັກລົງທຶນສາກົນ. ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ສະພາບແວດລ້ອມແຫ່ງການລົງທຶນ, ການຮ່ວມມື, ການຄ້າ. ທ່ານຮອງລັດຖະມົນຕີ ຫງວຽນກວັກເກື່ອງ ເນັ້ນໜັກວ່າ ປັດຈຸບັນ, ການພົວພັນການຄ້າ 2 ຝ່າຍບັນລຸກ່ວາ 1 ຕື້ USD/ປີ ນັ້ນຍັງແມ່ນຕົວເລກຈຳກັດຢູ່ ເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຂອງການຮ່ວມມືຂອງ 2 ປະເທດ.

        ແລະກໍ່ໃນກອງປະຊຸມໂອ້ລົມສົນທະນາ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ແນະນຳໂດຍຫຍໍ້ກ່ຽວກັບທ່າແຮງ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມືຂອງ ຫວຽດນາມ ໃນບັນດາຂົງເຂດກະສິກຳ, ການບໍລິການ, ການທ່ອງທ່ຽວ, ຕ່ຳແຜ່ນຕັດຫຍິບ…

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top