• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສະຫະພັນລັດເຊຍ ເພີ່ມທະວີການຮ່ວມມືໃນຂົງເຂດສານ

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງສານປະຊາຊົນສູງສຸດສອງປະເທດ ໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ໃນຫຼາຍຂົງເຂດ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານ Lebedev Vyacheslav Mikhailovich, ປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ (ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 19 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Lebedev Vyacheslav Mikhailovich, ປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງເລື່ອງສານປະຊາຊົນສູງສຸດສອງປະເທດ ໄດ້ຮ່ວມມືກັນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ໃນຫຼາຍຂົງເຂດ. ທ່ານປະທານປະເທດ ປາດຖະໜາວ່າ ສານຂອງສອງປະເທດຈະແບ່ງປັນບົດຮຽນດ້ານວິຊາການໃຫ້ຫຼາຍກ່ວາອີກ, ຊ່ວຍປະຕິບັດບັນດາໜ້າທີ່ໃຫ້ບັນລຸໄດ້ປະສິດທິຜົນຢ່າງສູງສຸດ.

ສ່ວນທ່ານປະທານສານປະຊາຊົນສູງສຸດ ສະຫະພັນລັດເຊຍ Lebedev Vyacheslav Mikhailovich ໄດ້ຝາກສານຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຖິງທ່ານປະທານປະເທດ ຫວໍວັນເຖືອງ, ໃນນັ້ນຢັ້ງຢືນວ່າ ລັດເຊຍ ຖືເປັນສຳຄັນ ແລະ ບຸລິມະສິດການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ໃນນັ້ນມີການຖືການເປີດກ້ວາງການພົວພັນລະຫວ່າງສອງອົງການສານ ແລະ ຕຸລາການຂອງສອງປະເທດເປັນສຳຄັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top