• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງພັກ

ຕອນບ່າຍວັນທີ 26 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເຈິ່ນເກິ໋ມຕູ໊ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ

ທ່ານ ເຈິ່ນເກິ໋ມຕູ໊ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ   (ພາບ: TTXVN)

ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ນຳໜ້າຄະນະຜູ້ແທນຂັ້ນສູງຂອງ ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ເມື່ອສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນຮ່ວມມືລະຫວ່າງຄະນະກຳມະການກວດກາສູນກາງຂອງ 2 ພັກໃນໄລຍະຜ່ານມາ, ທ່ານປະທານຄະນະກຳມະການກວດກາສູນກາງພັກ ຫວຽດນາມ ເຈິ່ນເກິ໋ມຕູ໊ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ປ້ອງກັນຕ້ານການສໍ້ລາດບັງຫລວງ.

        ສ່ວນທ່ານ ບຸນທອງ ຈິດມະນີ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ລາວ ຈະມານະພະຍາຍາມ ພ້ອມກັບ ຫວຽດນາມ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top