• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ສະໜັບສະໜູນເຊິ່ງກັນແລະກັນບົນເວທີສາກົນ

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະເພີ່ມທະວີຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ

 ທີ່ການພົບປະເຈລະຈາ. (ພ່າບ: VNA) 

ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າ​ໂນ້ຍ, ພາຍ​ຫຼັງພິທີຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສ​ປ​ປ.ລາວ ແລະ ພັນ​ລະ​ຍາ ພ້ອມ​ກັບຄະນະຜູ້ແທນ ລາວ ຢ່າງສົມກຽດ ຢູ່ສຳນັກງານລັດຖະບານພາຍໃຕ້ການ​ເປັນ​ປະ​ທານ​ຂອງ ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ, ນາຍົກລັດຖະມົນຕີ​ສອງ​ທ່ານກໍ່​ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

ທີ່​ການ​ພົບ​ປະ, ນາຍົກລັດຖະມົນຕີ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ເພີ່ມ​ທະ​ວີຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ​ດີ​ຈີ​ຕອນ; ​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ການສຶກສາມູນ​ເຊື້ອກ່ຽວກັບສາຍພົວພັນພິເສດ ຫວຽດນາມ ແລະ ລາວ. ສອງ​ຝ່າຍ​ຈະ​ສົມ​ທົບ​ກັນ​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່ແທດ​ຈິງ​ໃນ "ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2027", ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​​ພົ​ວ​ພັນທາງການທູດ ແລະ 50 ປີ​ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາຍພົວພັນແບບພິເສດ​ລະ​ຫວ່າງສອງຊາດ.

ນາຍົກລັດຖະມົນຕີ​ສອງ​ທ່ານກໍ່ເຫັນດີເປັນເອກະພາບຈະເພີ່ມທະວີການ​ແລກ​ປ່ຽນຂໍ້ມູນ, ໃຫ້​ຄຳ​ປຶກ​ສາ ແລະ ສົມ​ທົບ​ຫຼັກ​ໝັ້ນ​ກ່ຽວ​ກັບບັນ​ດາບັນຫາທີ່​ຕ່າງ​ຝ່າຍ​ຕ່າງ​ມີຄວາມສົນໃຈ; ສະໜັບສະໜູນເຊິ່ງກັນແລະກັນໃນ ອາຊຽນ, ສະຫະປະຊາຊາດ ແລະ ເວທີປາໄສຫຼາຍ​ຝ່າຍອື່ນໆ; ສືບຕໍ່ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມືລະ​ຫວ່າງ​ສາມ​ປະເທດ ຫວຽດນາມ, ລາວ, ກຳປູເຈຍ ແລະ ​ບັນ​ດາກົນໄກຮ່ວມ​ມືອະນຸ​ພາກ​ພື້ນ​ແມ່ນ້ຳຂອງ, ໂດຍສະເພາະແມ່ນ ACMECS ແລະ CLMV.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.

Top