• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມຽນມາສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ1 ຕື້ USD

ວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 9 ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ມຽນມາ. 


ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:vietnam+

ທີ່ກອງປະຊຸມ, ສອງຝ່າຍເຫັນດີ ສ້າງກົນໄກເຈລະຈານະໂຍບາຍປ້ອງກັນຊາດໃນປີ 2019 ໂດຍໄວ, ເພີ່ມທະວີການຮ່ວມມືປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ເຈລະຈາກ້າວໄປເຖິງການລົງນາມໃນຂໍ້ຕົກລົງກ່ຽວກັບການຫນູນຊ່ວຍເຊິ່ງກັນ ແລະກັນ ທາງອາຍາໂດຍໄວ, ຮ່ວມມືກັນແກ້ໄຂບັນດາບັນຫາອາດຊະກຳແບບໃຫມ່ ພິເສດ ແມ່ນການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ຄວາມປອດໄພສິ່ງແວດລ້ອມ, ແຫລ່ງນ້ຳ. ສອງຝ່າຍມີຄວາມເຊື່ອໝັ້ນວ່າ ຈະບັນລຸຄາດໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD ໃນໄລຍະໄວທີ່ສຸດ.

ສອງຝ່າຍເຫັນດີຮັກສາ ແລະຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ, ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍສາກົນ. ແກ້ໄຂບັນດາຄວາມຂັດແຍ້ງໂດຍສັນຕິວິທີ, ປອດການທະຫານ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ສອງຝ່າຍ ແລກປ່ຽນ ຢ່າງເລິກເຊິ່ງ ແລະ ເຫັນດີ ຈະສືບຕໍ່ສົມທົບກັນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານ U Kyaw Tin ລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ   ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງ ແລະ ເຫັນດີຈະຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຄັ້ງທີ 10  ຢູ່ ມຽນມາໃນປີ 2021.

 

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງຮ່ວມມືສາກົນ ມຽນມາ.

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານປະທານາທິບໍດີ ບຣາຊິນ ແມ່ນປະມຸກລັດຕ່າງປະເທດ ທຳອິດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2025. ນີ້ກໍ່ແມ່ນຄັ້ງທີສອງ ທ່ານປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມໃນຖານະປະມຸກລັດ ບຣາຊີນ ພາຍຫລັງຄັ້ງທຳອິດໃນປີ 2008.

Top