• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມາເລເຊຍ ສວມບົດບາດນຳພາ ອາຊຽນ ສ້າງຄວາມດຸ່ນດຽງໃນຜົນກະທົບຈາກພາຍນອກ

ນັກຮຽນຮູ້ ກະວິນ ໃຫ້ຂໍ້ສັງເກດວ່າ, ບົດບາດຫຼັກແຫຼ່ງ, ນຳພາຮ່ວມມືຂອງ ມາເລເຊຍ ແລະ ຫວຽດນາມ ຈະສືບຕໍ່ໄດ້ຮັບການຢັ້ງຢືນ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: VOV-Bangkok)

ການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ແຕ່ວັນທີ 21 – 23 ພະຈິກ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຍົກອອກວິທີສຳຜັດຖື ອາຊຽນ ເປັນໃຈກາງຂອງ ຫວຽດນາມ, ກຳນົດບົດບາດຫຼັກແຫຼ່ງຂອງ ຫວຽດນາມ ແລະ ມາເລເຊຍ ໃນຄວາມມານະພະຍາຍາມນຳພາ ອາຊຽນ ສ້າງຄວາມດຸ່ນດຽງໃນຜົນກະທົບຈາກພາຍນອກ. ຕາມຂໍ້ສັງເກດຂອງນັກຮຽນຮູ້ ໄທ ກະວິນ ຈິງກິດຖາວອນ, ນັກຊ່ຽວຊານສະຖາບັນຄົ້ນຄວ້າຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ Chulalongkorn, ໃນບົດຂຽນເອົາລົງໃນໜັງສືພິມເອເລັກໂຕນິກຂອງວິທະຍຸກະຈາຍສຽງ - ໂທລະພາບສາທາລະນະແຫ່ງປະເທດ ໄທ (PBS), ໃນວັນທີ 22 ພະຈິກ, ນັກຮຽນຮູ້ ກະວິນ ໃຫ້ຂໍ້ສັງເກດວ່າ, ບົດບາດຫຼັກແຫຼ່ງ, ນຳພາຮ່ວມມືຂອງ ມາເລເຊຍ ແລະ  ຫວຽດນາມ ຈະສືບຕໍ່ໄດ້ຮັບການຢັ້ງຢືນ. ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະປະກອບສ່ວນເປີດໂອກາດຮ່ວມມືຢ່າງໃຫຍ່ຫຼວງກວ່າ, ເຮັດໃຫ້ເລິກເຊິ່ງກວ່າ ແລະ ຍົກລະດັບການພົວພັນລະຫວ່າງ 2 ປະເທດ. ນັກຮຽນຮູ້ ກະວິນ ຖືວ່າ, ພ້ອມກັບການຮັກສາການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນພວມມີຢູ່ແລ້ວ, ມາເລເຊຍ ແລະ ຫວຽດນາມ ຕ້ອງແລກປ່ຽນ, ຮ່ວມມືຢ່າງເລິກເຊິ່ງໃນບັນດາຂົງເຂດອື່ນ, ຄື: ການບິນ, ທ່ອງທ່ຽວ, ການສຶກສາ, ຄວາມໝັ້ນຄົງ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານພະລັງງານ…

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top