• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຊູແອັດ ຍົກສູງກົນໄກຮ່ວມມືທີ່ມີຢູ່ແລ້ວ

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ປາດຖະໜາວ່າ ຊູແອັດ ສືບຕໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ ເອີລົບ ໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ການພັດທະນາສີຂຽວ.
  ທີ່ການຕ້ອນຮັບ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ການ​ຕ່າງ​ປະ​ເທ​ດ, ທີ່ ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Dag Hartelius, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊູ​ແອັດ ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແຕ່​ວັນ​ທີ 18 – 19 ພຶດ​ສະ​ພາ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ທາບ​ທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ຊູ​ແອັດ ຄັ້ງ​ທີ 2.

​ ທີ່​ການ​ຕ້ອນ​ຮັບ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ ເລ​ຮ​ວ່າຍ​ຈຸງ ປາດ​ຖະ​ໜາ​ວ່າ ຊູ​ແອັດ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ຫວຽດ​ນາມ ຢູ່ ເອີ​ລົບ ໃນ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ການ​ພັດ​ທະ​ນາ​ສີ​ຂຽວ. ທ່ານສະ​ເໜີ​ໃຫ້ 2 ຝ່າຍ​ຍົກ​ສ​ູງ​ປະ​ສິ​ດ​ທິ​ຜົນ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ຄົ້ນ​ຄວ້າ​ສ້າງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃໝ່ຕື່ມ​ອີກ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ​ການຄົ້ນ​ຄວ້າ, ວັດ​ທະ​ນະ​ທຳ ແລະ ​ການສຶກ​ສາ.

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຊູ​ແອັດ Dag Hartelius, ປາ​ດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ຮ່ວມ​ມື​ຄົ້ນ​ຄວ້າ, ຮັບ​ເອົາ​ບັນ​ດາ​ນັກ​ຄົ້ນ​ຄວ້າ ແລະ ນັກ​ສຶກ​ສາ ຫວຽດ​ນາມ ​ໄປ​ຮ່ຳ​ຮຽນ, ຄົ້ນ​ຄວ້າ​ຢູ່ ຊູ​ແອັດ, ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ປະ​ດິດ​ຄິ​ດ​ສ້າງ, ເຕັກ​ໂນ​ໂລ​ຊີ ແລະ ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ.

(ແຫຼ່ງຄັດຈາກ VOV)

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ

Top