• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບ

ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ເວົ້າລວມ ແລະ ລະຫວ່າງ 2 ກະຊວງເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບຍາມໃດການນຳທຸກຂັ້ນກໍ່ຖືເປັນສຳຄັນ ແລະ ຊຸກຍູ້.
  ການເຮັດວຽກລະຫວ່າງສອງຝ່າຍ  

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບນາຍພົນອາວຸໂສ Neth Savoeun, ຫົວໜ້າກົມໃຫຍ່ຕຳຫຼວດແຫ່ງຊາດ, ກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ.

ທ່ານລັດຖະມົນຕີ ໂຕເລີມ ເນັ້ນໜັກການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ເວົ້າລວມ ແລະ ລະຫວ່າງ 2 ກະຊວງເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດ. ໃນນັ້ນ, ການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບຍາມໃດການນຳທຸກຂັ້ນກໍ່ຖືເປັນສຳຄັນ ແລະ ຊຸກຍູ້. ທ່ານລັດຖະມົນຕີ ໂຕເລີມ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ກຽມພ້ອມໜູນຊ່ວຍ, ແບ່ງປັນບົດຮຽນ, ສົມທົບກັບກະຊວງພາຍໃນ ກຳປູເຈຍ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຫດການການເມືອງ, ວັດທະນະທຳ, ກິລາໃຫຍ່ຂອງ ກຳປູເຈຍ.

ສ່ວນນາຍພົນອາວຸໂສ Neth Savoeun ໃຫ້ຄຳໝັ້ນສັນຍາ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະຈະມາເຖິງ, ຜ່ານນັ້ນກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊຶ້ອ, ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ, ສອງກະຊວງ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top