• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຮ່ວມມືດ້ານການຄ້າທີ່ໜ້າປະທັບໃຈ

ທ່ານນາງ ຫວູທູຖຸຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນ, ມີຄວາມສາມາດບົ່ມຊ້ອນອື່ນໆຄື: ເສດຖະກິດໝູນວຽນ, ພະລັງງານສີຂຽວ, ກະສິກຳອັດສະລິຍະ, ເສດຖະກິດດີຈີຕອນ...
ກອງປະຊຸມຢູ່ ບຣຸກແຊນ ໃນວັນທີ 6 ມິຖຸນາ (ພາບ:TTXVN)

ຕອນບ່າຍວັນທີ 6 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມ ຢູ່ ບຣຸກແຊນ, ລະຫວ່າງ ຄະນະກຳມະການສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ປະເທດແບນຊິກ (ABC) ກັບ ທ່ານ Valdis Dombrovski, ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂະຫຼວງໃຫຍ່ການຄ້າ, ທ່ານນາງ ຫວູ້ທູຖຸຍ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ, ອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ໄດ້ເນັ້ນໜັກວ່າ: ສະຫະພາບ ເອີລົບ (EU) ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ໃນນັ້ນການຄ້າແມ່ນຈຸດເດັ່ນ ແລະ ແມ່ນເສົາຄ້ຳໃນການພົວພັນກັບ ຫວຽດນາມ -  EU. ທ່ານນາງ ຫວູທູຖຸຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນ, ມີຄວາມສາມາດບົ່ມຊ້ອນອື່ນໆຄື: ເສດຖະກິດໝູນວຽນ, ພະລັງງານສີຂຽວ, ກະສິກຳອັດສະລິຍະ, ເສດຖະກິດດີຈີຕອນ...

ກ່ຽວກັບການພົວພັນ ອາຊຽນ - EU ແລະ ບັນດານະໂຍບາຍໃໝ່ຂອງ EU, ທ່ານນາງ ຫວູທູຖຸຍ ເນັ້ນໜັກວ່າ: ຫວຽດນາມ ກຽມພ້ອມຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມຂອງທັງກຸ່ມ, ກຳແໜ້ນ ແລະ ໝູນໃຊ້ບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືອັນໃຫຍ່ຫຼວງ ລະຫວ່າງ ອາຊຽນ ແລະ EU ໃນໄລຍະຈະມາເຖິງ.

ສ່ວນ ທ່ານ Valdis Dombrovski, ຮອງປະທານຄະນະກຳມະການເອີລົບ (EC) ຢັ້ງຢືນວ່າ: EU ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ໃນພາກພື້ນ ແມ່ນແບບຢ່າງກ່ຽວກັບການຮ່ວມມືການຄ້າທີ່ສ້າງຄວາມປະທັບໃຈ, ພິເສດແມ່ນພາຍຫຼັງມີສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA). ໃນໄລຍະຈະມາເຖິງ, EU ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ກ່ວາອີກ, ພິເສດແມ່ນໃນຂົງເຂດສຳຄັນຄືການຫັນປ່ຽນພະລັງງານແບບຍຸຕິທຳ, ພັດທະນາແບບຍືນຍົງ...

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top