• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ

ຕອນບ່າຍວັນທີ 1/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Kasper Rorsted, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Adidas ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການຜະລິດ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງ Adidas ຢູ່ຫວຽດນາມ
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Kasper Rorsted, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Adidas  

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຊື່ອໝັ້ນວ່າ ກຸ່ມບໍລິສັດ Adidas ຈະສືບຕໍ່ຊຸກຍູ້ການຜະລິດ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ, ໃນນັ້ນສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ການສະໜອງທົ່ວໂລກຂອງ Adidas.ທ່ານນາຍົກລັດຖະມົນຕີສະເໜີໃຫ້ ກຸ່ມບໍລິສັດສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ສັງຄົມເປັນຢ່າງດີ, ເອົາໃຈໃສ່ຮັບປະກັນສະຫວັດດີການ ແລະ ເງື່ອນໄຂການເຮັດວຽກທີ່ດີໃຫ້ ຄົນງານ ຫວຽດນາມ; ຫວັງວ່າ Adidas ຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນລະຫວ່າງ ຫວຽດນາມ, ສາທາລະນະລັດ ເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ).

ສ່ວນທ່ານເລຂາທິການໃຫຍ່ Kasper Rorsted ຕີລາຄາສູງບັນດາຄຳໝັ້ນສັນຍາພັດທະນາແບບຍືນຍົງ, ເຕີບໂຕຂຽວ ແລະ ຫຼຸດຜ່ອນການປ່ອຍອາຍພິດຂອງລັດຖະບານ ຫວຽດນາມ, ຖືວ່າ ຫວຽດນາມ ແມ່ນເຂດຜະລິດທີ່ສຳຄັນແຖວໜ້າຂອງບັນດານັກລົງທຶນ ເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ). ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Adidas ຈະສືບຕໍ່ມານະພະຍາຍາມເພື່ອຍາດແຍ່ງກາລະໂອກາດພັດທະນາຢູ່ຫວຽດນາມ.


(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top