• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນສະຖານທີ່ທີ່ດີເພື່ອລົງທຶນ

ໂຄງການໂຮງງານ LEGO ຈະແມ່ນຕົວຢ່າງທີ່ເປັນແບບຢ່າງໃນການດຶງດູດການລົງທຶນຕ່າງປະເທດເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ.
ທີ່ການຕ້ອນຮັບ (ພາບ: TTXVN)

ຕອນບ່າຍວັນທີ 30 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ເຈິ່ນລຶວກວາງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Carsten Rasmussen, ຜູ້ອຳນວຍການຝ່າຍປະຕິບັດງານຂອງກຸ່ມບໍລິສັດ LEGO, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ, ລັດຖະບານ ຫວຽດນາມ ຖືເປັນສຳຄັນ, ເອົາໃຈໃສ່ເປັນພິເສດຕໍ່ໂຄງການໂຮງງານ LEGO ຢູ່ແຂວງ ບິ່ງເຢືອງ, ບໍ່ພຽງແຕ່ຍ້ອນຈຳນວນທຶນທີ່ໃຫຍ່ຫຼວງ, ຫາກຍັງເໝາະສົມກັບທ່າອ່ຽງພັດທະນາລວມຂອງໂລກ ແລະ ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂສຳຄັນ ເພື່ອໃຫ້ ຫວຽດນາມ ປະຕິບັດການຫັນຄຳໝັ້ນສັນຍາຢູ່ COP 26 ໃຫ້ປະກົດຜົນເປັນຈິງ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ໂຄງການໂຮງງານ LEGO ຈະແມ່ນຕົວຢ່າງທີ່ເປັນແບບຢ່າງໃນການດຶງດູດການລົງທຶນຕ່າງປະເທດເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ.

        ສ່ວນທ່ານ Carsten Rasmussen ໃຫ້ຮູ້ວ່າ, ກຸ່ມບໍລິສັດ LEGO ພວມສົມທົບກັບແຂວງ ບິ່ງເຢືອງ ເພື່ອສ້າງຟາມພະລັງງານແສງຕາເວັນຮັບໃຊ້ໃຫ້ແກ່ໂຮງງານ. ຄາດວ່າ, ໂຮງງານນີ້ຈະນຳເຂົ້າໃຊ້ການນັບແຕ່ຕົ້ນປີ 2025 ແລະ ເລີ່ມເຄື່ອນໄຫວໃນເດືອນ ເມສາ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top