• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ

ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest) ທີ່ເອົາລົງໃນແວບໄຊ bangkokpost.com ...

ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest)  ທີ່ເອົາລົງໃນແວບໄຊ bangkokpost.com ...

    

ພາບປະກອບ

ໃນສະພາບການທົ່ວໂລກມີຄວາມວິຕົກວັງວົນກ່ຽວກັບໄພເງິນເຟີ້ ແລະ ດອກເບ້ຍເພີ່ມຂຶ້ນສູງ, ຫວຽດນາມ ຄືດັ່ງຈຸດພົ້ນເດັ່ນເສດຖະກິດທີ່ຫາຍາກດ້ວຍລະດັບການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ທີ່ເປັນປົກກະຕິ ແລະ ແມ່ນ “ດິນແດນທີ່ເຕັມໄປດ້ວຍຄວາມຫວັງ” ຂອງບັນດານັກລົງທຶນ. ໃນບົດຂຽນທີ່ມີຊື່ວ່າ “ຈຸດຍອດຢ້ຽມເມື່ອທຽບໃສ່ສ່ວນຍັງເຫຼືອ” (Towering above the rest)  ທີ່ເອົາລົງໃນແວບໄຊ bangkokpost.com ໃນວັນທີ 19 ກັນຍາ, ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຕະຫຼາດຫາກໍ່ພົ້ນເດັ່ນ, ນອນໃນຈຳນວນພື້ນຖານເສດຖະກິດມີລະດັບການເຕີບໂຕໄວທີ່ສຸດໃນໂລກ, ພວມດຶງດູດການລົງທຶນຈາກຕ່າງປະເທດຫຼາຍພໍສົມຄວນ. ຕາມບົດຂຽນແລ້ວ, ຕະຫຼາດຫຼັກຊັບຂອງ ຫວຽດນາມ ແມ່ນນຳມາເຊິ່ງອັດຕາສ່ວນເກັບທຶນຄືນສູງ. ໃນເດືອນສິງຫາ, ເມື່ອດັດຊະນີຕະຫຼາດຫຼັກຊັບຢູ່ຫຼາຍປະເທດຖືກຫລຸດລົງ, ແຕ່ຕະຫຼາດຫຼັກຊັບຢູ່ ຫວຽດນາມ ໄດ້ເພີ່ມຂຶ້ນ 4% ຍ້ອນອີງໃສ່ກະແສແຫຼ່ງທຶນສືບຕໍ່ເພີ່ມຂຶ້ນ ແລະ ບັນດາມາດຕະການກະຕຸກຊຸກຍູ້ເສດຖະກິດໂດຍລັດຖະບານໄດ້ວາງອອກ. ນະໂຍບາຍເງິນຕາຂອງ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນເໝາະສົມພໍສົມຄວນ, ພິເສດແມ່ນເມື່ອປຽບທຽບກັບບັນດາປະເທດພັດທະນາ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top