• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ເລັດເວຍ ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ

ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບ່ິງມິນ, ທ່ານ Edgars Rinkevics ລັດຖະມົນຕີກະຊວງການຕ່່າງປະເທດ ເລັດເວຍ ໄດ້ມີີການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 16 – 17 ກໍລະກົດ.

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Linkevics

ໃນຕອນບ່າຍວັນທີ 17 ກໍລະກົດ ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgar Linkevics ທີ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ 2 ປະເທດຄວນຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການພົບປະຢູ່ນອກເວທີປາໄສຫຼາຍຝ່າຍເພື່ອແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

    ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຈະຮ່ວມມືກັນເພື່ອຊຸກຍູ້ບັນດາວິສາຫະກິດ 2 ປະເທດຈົ່ງຄົ້ນຄ້ວາຕະຫຼາດຂອງກັນ; ເລັດເວຍສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຂອງຫວຽດນາມແຊກຊຶມເຂົ້າຕະຫຼາດເລັດເວຍ.

     ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຫວັງວ່າ ເລັດເວຍສືບຕໍ່ສະໜັບສະຫນູນ, ຊຸກຍູ້ລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EU ແລະ ສະພາແຫ່ງຊາດເລັດເວຍໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ- EU ຕາມລະບຽບການຂອງ EU.


ການເຈລະຈາລະຫວ່າງສອງຝ່າຍ (ພາບ: baoquocte.vn)

 

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 17 ກໍລະກົດ,ທີ່ການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບ່ິງມິນກັບທ່ານ Edgars Rinkevics ລັດຖະມົນຕີກະຊວງການຕ່່າງປະເທດ ເລັດເວຍ, ສອງຝ່າຍເຫັນດີສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສິນຄ້າສົ່ງອອກຂອງຫວຽດນາມ ຄືຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ, ເຄື່ອງຕໍາແຜ່ນຕັດຫຍິບ, ເກີບ.... ໄດ້ແຊກຊຶມເຂົ້າຕະຫຼາດຂອງ ເລັດເວຍ ແລະ ບັນດາປະເທດ Bantic ກໍຄືສິນຄ້າປະເພດຕ່າງໆ ເຊິ່ງ ເລັດເວຍ ມີທ່າແຮງ ມີໂອກາດແຊກຊຶມເຂົ້າຕະຫຼາດຂອງຫວຽດນາມ ແລະ ອາຊຽນ. 

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບິ່ງມິນ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ສົມທົບຢ່າງແໜ້ນແຟ້ນກັບ ເລັດເວຍ ໃນໄລຍະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງພາກພື້ນ ແລະ ສາກົນ ລ້ວນແຕ່ມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ ແລະ ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ເລັດເວຍ ຢັ້ງຢືນວ່າ ສະໜັບສະໜູນແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລໂດຍສັນຕິວິທີ, ບໍ່ນໍາໃຊ້ຄວາມຮຸນແຮງ ຫຼື ນາບຂູ່ນໍາໃຊ້ຄວາມຮຸນແຮງ, ບົນພື້ນຖານເຄົາລົດກົດໝາຍສາກົນ, ພິເສດ ແມ່ນກົດບັດຂອງ ສປຊ ກ່ຽວກັບກົດໝາຍວ່າດດ້ວຍທະເລ ປີ 1982.

        ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມຄັ້ງນີ້, ທ່ານລັດຖະມົນຕີການຕ່າງປະເທດ ເລັດເວຍ Edgars Rinkevics ກໍໄດ້ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ເລັດເວຍ ໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ຈັດຕັ້ງໃນວັນທີ 17 ກໍລະກົດ ຢູ່ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານປະທານາທິບໍດີ ບຣາຊິນ ແມ່ນປະມຸກລັດຕ່າງປະເທດ ທຳອິດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2025. ນີ້ກໍ່ແມ່ນຄັ້ງທີສອງ ທ່ານປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມໃນຖານະປະມຸກລັດ ບຣາຊີນ ພາຍຫລັງຄັ້ງທຳອິດໃນປີ 2008.

Top