• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມເຕີມ 11,5 ຕື້ດົ່ງ ເຂົ້າໃນກົນໄກ COVAX

      ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍຕົກລົງໃຫ້ເບີກຈ່າຍເພີ່ມເຕີມ 11,5 ຕື້ດົ່ງ (ເທົ່າກັບ 500.000 USD) ຈາກງົບປະມານສຳຮອງສູນກາງປີ 2021 ເພື່ອປະກອບເຂົ້າໃນກົນໄກ COVAX.
            ກົນໄກ COVAX Facility  ແມ່ນກົນໄກທີ່ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຮັບປະກັນໃຫ້ບັນດາປະເທດໄດ້ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຢ່າງຍຸຕິທຳ. ໃນກົນໄກດັ່ງກ່າວ, ອົງການອະນາໄມໂລກ (WHO) ໄດ້ສົມທົບກັບບັນດາບໍລິສັດຜະລິດວັກຊິນ ແລະ ຄູ່ຮ່ວມມື ເພື່ອຮັບປະກັນໃຫ້ບັນດາປະເທດລ້ວນແຕ່ໄດ້ສຳຜັດກັບວັກຊິນຢ່າງຍຸຕິທຳ ແລະ ມີປະສິດທິຜົນ. ຫວຽດນາມ ແມ່ນໜຶ່ງໃນຈຳນວນ 190 ປະເທດ ທີ່ເຂົ້າຮ່ວມກົນໄກ COVAX ແລະ ແມ່ນໜຶ່ງໃນບັນດາປະເທດນອນໃນບັນຊີລາຍຊື່ປະເທດໄດ້ຮັບການອຸປະຖຳວັກຊິນໄລຍະທຳອິດ.
(ແຫຼ່ງຄັດຈາກ VOV)

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ໂລກ​ລະ​ບາດ Ebola: ​ສະ​ຫະພັນ ​ຕ້ານ​ໂລກ​ລະ​ບາດ ໜູນ​ຊ່ວຍ​ເງິນ 60 ລ້ານ USD ເພື່ອ​ພັດ​ທະ​ນາ ວັກ​ຊິນ

ປັດ​ຈຸ​ບັນ, ສ.ໂກງ​ໂກ​ແມ່ນ​ຈຸດ​ໃຈ​ກາງ​ຂອງ​ການ​ລະບາດ, ດ້ວຍ​ຈຳ​ນວນ​ຜູ້​ຕິດ​ເຊ້ອ​ນັບ​ມື້​ນັບຫຼາຍ​ໃນຂອບ​ເຂດ​ ​ກວ້າງຂວາງ​ຢູ່​ເຂ​ດ​ທາງ​ທິດ​ຕາ​ເວັນ​ອອກ. ຕາມ​ຕົວ​ເລກຫຼ້າ​ສຸດ​ຂອ​ງວົງ​ການ​ເຈົ້າ​ໜ້າ​ທີ່ ໂກງ​ໂກ​ແລ້ວ, ປະ​ເທດ​ນີ້​ໄດ້​ຢັ້ງ​ຢືນມີ​ຜູ້​ຕິດ​ພະ​ຍາດ Ebola 282 ຄົນ, ​ແລະມີຜູ້​ເສຍ​ຊີ​ວິດ 42 ຄົນ.

Top