• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປີດປະຕູທ່ອງທ່ຽວຢ່າງເປັນທາງການ

ຕອນບ່າຍວັນທີ 15 ມີນາ, ທ່ານ ຫງວຽນຈູງແຄ໊ງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ປະກາດວ່າ “ຫວຽດນາມ ເປີດປະຕູການເຄື່ອນໄຫວທ່ອງທ່ຽວໃນເງື່ອນໄຂປົກກະຕິໃໝ່ຢ່າງເປັນທາງການ”.
  ທ່ານ ຫງວຽນຈູງແຄ໊ງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ປະກາດເປີດປະຕູທ່ອງທ່ຽວຢ່າງເປັນທາງການ (ພາບ: VOV)  

 ນັບແຕ່ວັນທີ 15 ມີນາ, ແຂກທ່ອງທ່ຽວສາກົນສາມາດມາທ່ຽວ ຫວຽດນາມ ຜ່ານທາງບົກ, ທາງທະເລ ແລະ ທາງການອາກາດ. ຂໍ້ກຳນົດກ່ຽວກັບການເຂົ້າເມືອງ ແມ່ນອີງໃສ່ຄຳແນະນຳຫຼ້າສຸດຂອງກະຊວງສາທາລະນະສຸກ, ປະຕິບັດລວມໃຫ້ທຸກກໍລະນີ, ບໍ່ມີຂໍ້ກຳນົດສະເພາະໃຫ້ແກ່ແຂກທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ກໍໄດ້ສະເໜີໃຫ້ທ້ອງຖິ່ນຕ່າງໆເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃໝ່, ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວຕາມລະດັບຂອງໂລກລະບາດ. ແຂກທ່ອງທ່ຽວ ຫວຽດນາມ ສາມາດໄປທ່ຽວຕ່າງປະເທດ ແຕ່ຕ້ອງຮັບປະກັນຂໍ້ກຳນົດຕ່າງໆຂອງ ຫວຽດນາມ ແລະ ສະຖານທີ່ທ່ອງທ່ຽວຢູ່ຕ່າງປະເທດ.


(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top